5/04/2012

ທຶນການສຶກສາລັດຖະບານຍີ່ປຸ່ນ ສົກຮຽນ 2003

ເວລາເຫຼືອບໍ່ຫຼາຍປານໃດແລ້ວສຳຫຼັບ ສົກຮຽນ 2003 ແຕ່ທ່ານຜູ້ສົນໃຈຢາກໄປສຶກສາຢູ່ປະເທດຍີ່ປຸ່ນ ໂດຍທຶນລັດຖະບານຍີ່ປຸ່ນ ເຊີນເບິ່ງຂໍ້ມູນເພື່ອສະໜັກໄດ້ທີ່ http://www.la.emb-japan.go.jp/en/jis/MEXT2013announcement_index.htm.

ວາລະສານທາເກັດ

ອັນນີ້ກໍແມ່ນວາລະສານທີ່ເປັນທີ່ຮູ້ຈັກທົ່ວໄປພໍສົມຄວນ ຢູ່ ພາຍໃນປະເທດແລ້ວ ແຕ່ ຂໍສະເໜີຕື່ມເພື່ອຜູ້ໃຊ້ພາສາລາວ ຢູ່ ຕ່າງປະເທດນຳເນາະ. ວາລະສານທາເກັດ ແມ່ນ ວາລະສານສອງພາສາ (ພາສາລາວ ແລະ ພາສາອັງກິດ) ກ່ຽວກັບ ວົງການທຸລະກິດຢູ່ລາວ. ນອກຈາກຈະເປັນແຫຼ່ງຂໍ້ມູນດີກ່ຽວກັບ ສະພາບການທຸລະກິດຢູ່ລາວແລ້ວ ຍັງອາດເປັນເອກະສານຮຽນ ຫຼື ຝຶກຊ້ອມພາສາ ສຳຫຼັບ ຜູ້ຮູ້ພາສາລາວ ທີ່ພວມຮຽນພາສາອັງກິດ ຫຼື ໃນທາງກົງກັນຂ້າມກໍ່ໄດ້. ເບິ່ງແລ້ວ ເຫັນວ່າການສະກົດພາສາລາວ ສະເໝີສະເໝີປາຍດີ (ສິ່ງວ່າຖືກກໍວ່າຍາກເພາະວ່າຊິອີງໃສ່ພົດຈະນານຸກົມ ຫຼື ວັດຈະນານຸກົມໃດ). ທີ່ຢູ່ ແມ່ນ http://targetlaos.com/.

4/30/2012

ໂທລະພາບລາວ

ອັນນີ້ ຄຶດວ່າບໍ່ຈຳເປັນຕ້ອງບອກໃຜແລ້ວ ແຕ່ກະຊິຂໍຂຽນ ເພາະບາງຄົນອາດຍັງບໍ່ຮູ້ວ່າ ສາມາດເບິ່ງຢູ່ໄອແພັດ ແລະ ໄອໂຟນໄດ້. ຢູ່ ເວັບໄຊ ຂອງ ລາວສະຕາ ດຽວນີ້ ສາມາດເບິ່ງໂທລະພາບ ຊ່ອງ ລາວສະຕາ ແລະ ໂທລະພາບ ແຫ່ງຊາດລາວ 2 ຊ່ອງໄດ້. ຕອນທຳອິດເບິ່ງຢູ່ ໄອແພັດ ຫຼື ໄອໂຟນບໍ່ໄດ້ຄືຊິແມ່ນຍ້ອນໃຊ້ແຟລັຊ ຂອງ ບໍລິສັດອາໂດບີ, ແຕ່ດຽວນີ້ເບິ່ງໄດ້ແລ້ວ. ສະດວກຫຼາຍ ເສຍດາຍອັນດຽວ ຄືມີລາຍການເພງຫຼາຍໂພດ. ທີ່ຢູ່ ແມ່ນ http://www.laostartv.com/.

4/26/2012

108 ອາຊີບ (ເວັບໄຊຂໍ້ມູນການປະກາດຮັບສະໝັກວຽກ)

ບໍ່ໄດ້ເບິ່ງເວັບລາວດົນເຕີບ ຫາກໍ່ຮູ້ວ່າ ມີເວັບໄຊຂໍ້ມູນການປະກາດຮັບສະໝັກວຽກ ທີ່ມີມາດຕະຖານສູງແນວນີ້. ຄົ້ນຫາຕຳແໜ່ງວຽກເປັນພາສາລາວໄດ້ອີກ. ເບິ່ງລິ້ງບໍລິສັດສະໜັບສະໜູນກະຮູ້ວ່າ ບໍ່ແມ່ນເຮັດໂດຍມືສະໝັກຫຼິ້ນເນາະ.ທ່ານໃດສົນໃຈຢາກຊອກວຽກໃໝ່ເຮັດ ຢ່າເລີ່ມແວ່ເຂົ້າຄົ້ນຫາເດີ້. ທີ່ຢູ່ ແມ່ນ http://108job.la/.

4/25/2012

ທຶນນັກຮຽນອາຊຽນ ຂອງ ລັດຖະບານສິງກະໂປ (ASEAN Scholarships, The Government of Singapore)

ລັດຖະບານສິງກະໂປ ພວມປະກາດຮັກສະໝັກຂໍທຶນການສຶກສາໄປສຶກສາຕໍ່ຢູ່ ໂຮງຮຽນລະດັບອຸດົມສຶກສາ (ມັດທະຍົມປາຍ) ຫຼື ກຽມມະຫາວິທະຍາໄລ ຢູ່ ປະເທດສິງກະໂປ. ເປີດຮັບເອກະສານສະໝັກ ຈົນຮອດວັນທີ 16 ມີຖຸນາ 2012 ນີ້ ສຳຫຼັບສົກປີການສຶກສາ 2013. ປະເທດສິງກະໂປ ກະມີຊື່ສຽງວ່າ ເປັນປະເທດທີ່ມີລະດັບການສຶກສາສູງໜຶ່ງ ທັງຢູ່ ອາຊີ ແລະ ໃນໂລກ, ສະນັ້ນ ນັກຮຽນຜູ້ໃດຢາກຍົກລະດັບການສຶກສາ ຂອງ ຕົນ ແລະ ພາສາອັງກິດ ໄປພ້ອມໆກັນ ອັນນີ້ ຄຶດວ່າແມ່ນໂອກາດດີເນາະ. ທີ່ຢູ່ ເວັບໄຊ ແມ່ນ http://www.moe.gov.sg/education/scholarships/asean/lao/

ທຶນຊ່ອຍເຫຼືອຄົ້ນຄວ້າ ມູນນິທິ ໂຕໂຢຕ້າ (Toyota Foundation)

ມູນນິທິ ໂຕໂຢຕ້າ ເປີດຮັບສະໝັກຂໍທຶນຄົ້ນຄວ້າ ມູນຄ່າບໍ່ເກີນ 10 ລ້ານເຢັນ ຕໍ່ໂຄງການຄົ້ນຄວ້າຮ່ວມ ແລະ 2 ລ້ານເຢັນ ຕໍ່ໂຄງການຄົ້ນຄວ້າດ່ຽວ ສຳຫຼັບສົກປີ (ຍີ່ປຸ່ນ) 2012 ນີ້. ກຳໜົດມື້ຍື່ນຂໍສະໝັກທາງອິນເຕີເນັດ ແມ່ນ ຮອດວັນທີ 18 ພຶດສະພາ 2012. ບໍ່ມີຂໍ້ເງື່ອນໄຂຫຍັງກ່ຽວກັບ ສັນຊາດ ຫຼື ເຊື້ອຊາດຜິວພັນເນາະ, ສະນັ້ນ ເຊີນບັນດາທ່ານ ຄູອາຈານ, ນັກຄົ້ນຄວ້າ, ນັກປາດ, ສະໝັກເດີ້. ລາຍລະອຽດ ເບິ່ງໄດ້ ຢູ່ http://www.toyotafound.or.jp/english/02program/e_kenkyu.html.

4/24/2012

ຫຼັກສູດບໍ່ເສຍຄ່າທາງອິນເຕີເນັດ ຊື່ວ່າ ຄໍເຊຣາ (Coursera)

5 ມະຫາວິທະຍາໄລດັງ ຢູ່ ປະເທດອາເມລິກາ ສ້າງເວັບໄຊ ຫຼັກສູດບໍ່ເສຍຄ່າທາງອິນເຕີເນັດ ຊື່ວ່າ ຄໍເຊຣາ (Coursera). ສາດສະດາຈານ ສອນວິຊາຄອມພິວເຕີ ຢູ່ ມະຫາວິທະຍາໄລຊະແຕນຟອດ 2 ຄົນໃຊ້ທຶນບໍລິຈາກ ຈາກເວັນເຈີແຄັບພິທອລ ຢູ່ ຊີລີຄອນວາເລມູນຄ່າ 16 ລ້ານໂດລາ ເປັນຜູ້ລິເລີ່ມ ໂດຍຊິມີ ຄູອາຈານ ຈາກ ມະຫາວິທະຍາໄລພຣິນຊໂຕນ, ມະຫາວິທະຍາໄລຄາລີຟໍເນຍໂຮງຮຽນເບີກເລ, ມະຫາລິທະຍາໄລເພັນຊີເວເນຍ ແລະ ມະຫາວິທຍາມິຊີແກນ ເຂົ້າຮ່ວມສອນ. ຈຸດພິເສດຂອງຫຼັກສູດ ແມ່ນ ຈະເປັນແບບສອງທາງ ຫຼື ມີການຕອບໂຕ້ລະຫວ່າງ ຜູ້ສອນ ແລະ ຜູ້ຮຽນ. ໃບປະກາດ ຫຼື ໃບຢັ້ງຢືນການສຳເລັດຫຼັກສູດ ແມ່ນ ອອກໃຫ້ໄດ້ ແຕ່ຕ້ອງເສຍຄ່າ.ຫຼັກສູດໃດ ເລີ່ມມື້ໃດເຊີນ ເບິ່ງແລະສະໝັກໄດ້ ຢູ່ https://www.coursera.org/ ເດີ້.

8/20/2009

ສະຖາບັນການທະນາຄານ

ຫາກໍຊິຮູ້ວ່າ ມີສະຖາບັນການສຶກສາແນວນີ້. ທະນາຄານໃໝ່ໆເກີດຂຶນຫຼາຍຄືໄລຍະຫຼັງນີ້ ນັກຮຽນຮຽນຈົບຄືຊິຊອກວຽກງ່າຍຢູ່ເນາະ ຢ່າງໜ້ອຍ ໃນໄລຍະໃກ້ນີ້. ໜ້າເວັບ ຢູ່ http://www.bibol.edu.la/show_contents_la.php?id=1

ວຽງຈັນ ອິນເຕີເນເຊັນແນວ ລໍ ຈຳກັດ

ດຽວນີ້ມີຮອດບໍລິສັດທະນາຍຄວາມລະເນາະ. ເບິ່ງຊົງລູກຄ້າສ່ວນຫຼາຍຄືຊິແມ່ນຄົນຕ່າງປະເທດ ຊື່ກໍເລີຍເປັນພາສາອັງກິດ. ໃຫ້ຕູ້ສີຕູ້ສາບ້ານເຮົາເບິ່ງຊື່ວ່າ ອິນເຕີເນເຊັນແນວລໍ ນີ້ກະຢາກຮູ້ຢູ່ວ່າ ເພີ່ນຊິເຂົ້າໃຈວ່າແນວໃດ!? ໜ້າເວັຍຢູ່ http://www.vil-lao.net/lao/

ເອັສ-ບໍລິການບັນຊີ ແລະ ໂປຣແກຣມບັນຊີ

ບໍລິການທັງບັນຊີ ທັງໂປຣແກຣມ, ສົມພໍໜ້າເວັບງາມເນາະ. ລິ້ງ ຢູ່ http://sbaslaos.com/

6/18/2009

ກະຊວງການເງິນ

ຮູ້ສຶກວ່າ ບໍ່ໄດ້ສະເໜີໜ້າເວັບອົງກອນລັດໃໝ່ດົນແລ້ວ. ມື້ນີ້ ຂໍສະເໜີ ໜ້າເວັບທາງການ ຂອງ ກະຊວງການເງິນ ຢູ່ http://www.mof.gov.la/

6/06/2009

ຈັກຄົ້ນຫາຄຳຕອບ (wofram alpha)

ມື້ນີ້ຂໍອະນຸຍາດ ສະເໜີ ຈັກຄົ້ນຫາແບບໃໝ່ ທີ່ ໃຫ້ຄຳຕອບ ແທນທີ່ ຈະຊີ້ທາງຫາບ່ອນທີ່ອາດຈະມີຄຳຕອບ ຄື ຈັກຄົ້ນຫາແບບເກົ່າ. ໜ້າເສຍດາຍທີ່ມັນຍັງເຂົ້າໃຈ ແຕ່ ພາສາອັງກິດ. ທີ່ຢູ່ເວັບໄຊ ແມ່ນ http://www.wolframalpha.com/.

ຕົວຢ່າງ ຖ້າ ພິມຄຳວ່າ lao gdp ມັນກໍ່ສະແດງທັງ ຂໍ້ມູນຈີດີພີ ເປັນໂຕເລກ ແລະ ເສັ້ນສະແດງໃຫ້:



ຖ້າພິມສົມຜົນຄະນິດສາດ ເຊັ່ນ x^2 - 3x + 1 = 0 ມັນກໍ່ຈະໃຫ້ທັງຄຳຕອບ ແລະ ເສັ້ນສະແດງດັ່ງຕໍ່ໄປນີ້:

1/27/2009

ບໍລິສັດໂອຈິລາວປູກຕົ້ນໄມ້ຈຳກັດ

ຍັງມີແຕ່ໜ້າດຽວ ແລະ ເນື້ອໃນເປັນສອງພາສາ ແຕ່ ເຫັນວ່າ ມີຂໍ້ມູນໜ້າສົນໃຈ ສຳຫຼັບຜູ້ຄົ້ນຄ້ວາກ່ຽວກັບ ທຸລະກິດການປູກປ່າ ແລະ ການພັດທະນາເສດຖະກິດ ຢູ່ ລາວ. ທີ່ຢູ່ ແມ່ນ
http://www.lpfl.la/

1/19/2009

ບໍລິສັດສັນຕິພາບສັງກະສີລາວ

ໜ້າເວັບ ບໍລິສັດສັນຕິພາບສັງກະສີລາວ ຢູ່ http://www.sangkasi-lao.com/Lao/home.htm

1/16/2009

ບໍລິສັດດວງຈະເລີນພັດທະນາກໍ່ສ້າງຈຳກັດ

ນັບແຕ່ໄດ້ແນະນຳ ເວັບໄຊ ພາສາລາວມາ ຄຶດວ່າ ນີ້ຄືຊິແມ່ນຂອງບໍລິສັດກໍ່ສ້າງ ອັນທຳອິດ. ເບິ່ງໂຄງການທີ່ກຳລັງກໍ່ສ້າງແລ້ວ ຄືຊິແມ່ນ ບໍລິສັດທີ່ໃຫຍ່ສົມຄວນ. ທີ່ຢູ່ ແມ່ນ http://ddclaos.com/

1/13/2009

ບໍລິສັດຊີມັງລາວຈຳກັດ

ເບິ່ງຊົງ ແມ່ນ ໜ້າເວັບທີ່ຫາກໍ່ເປີດສົດໆໃໝ່ໆນີ້ ເພາະ ຢູ່ທາງລຸ່ມສຸດ ຂຽນວ່າ Copyright © 2009. ທີ່ຢູ່ ແມ່ນ http://www.laocement.com/lao/home.asp

11/27/2008

ຮຽນອ່ານ ໜັງສືຮິຣະງະນະ (ひらがな) ແຖວ ຕະ.

ມື້ນີ້ ຮຽນ ແຖວ ຕະ.
た ຕະ, ち ຈິ (ອອກສຽງ ຄ້າຍຄືກັບ "chi"), つ ຕຊຶ(ອອກສຽງ ຄ້າຍຄືກັບ "tsu"), て ເຕະ, と ໂຕະ.

11/24/2008

ຮຽນອ່ານ ໜັງສືຮິຣະງະນະ (ひらがな) ແຖວ ສະ.

ມື້ນີ້ ຮຽນ ແຖວ ສະ.
さ ສະ, し ສິ (ອອກສຽງ ຄືກັບ shi ຫຼື she ເປັນສຽງສັ້ນໃນພາສາອັງກິດ), す ສຶ, せ ເສະ, そ ໂສະ.

11/21/2008

ຮຽນອ່ານ ໜັງສືຮິຣະງະນະ (ひらがな) ແຖວ ຄະ.

ອັນນີ້ ແມ່ນ ແຖວ ຄະ.
か ຄະ, き ຄິ, く ຄຶ, け ເຄະ, こ ໂຄະ. ໂດຍທົ່ວໄປ ໜັງສືໂຕດຽວ ແມ່ນ ຈະອອກເປັນສຽງສັ້ນໝົດ.

11/20/2008

ຮຽນອ່ານ ໜັງສືຮິຣະງະນະ (ひらがな) ແຖວ ອະ.

ໜັງສືສະແດງສຽງ ຂອງ ຍີ່ປຸ່ນ ມີ ສອງປະເພດ: (1)ຮິຣະງະນະ ແລະ (2)ຄະຕະຄະນະ. ນອກຈາກນີ້ ຍັງມີໜັງສືຄັນຈິ ເຊິ່ງແມ່ນ ໜັງສືສະແດງຄວາມໝາຍ ທີ່ຍີ່ປຸ່ນ ນຳເຂົ້າມາແຕ່ຈີນ ໃນສະໄໝບູຮານ. ຄົນຕ່າງປະເທດບາງຄົນ ເວົ້າພາສາຍີ່ປຸ່ນເກັ່ງ ແຕ່ ອ່ານໄດ້ ແຕ່ໜັງສືຮິຣະງະນະກໍ່ມີ ເພາະມັນມີແຕ່ 48 ໂຕ ສ່ວນຫຼາຍ ບໍ່ຮອດອາທິດໜຶ່ງກໍ່ຈື່ໄດ້. ທາງລຸ່ມນີ້ ແມ່ນ ໜັງສືຮິຣະງະນະ ແຖວ ອະ.

あ ອະ, い ອິ, う ອຶ, え ເອະ, お ໂອະ.

11/18/2008

ວິທີແກ້ສົມຜົນຂັ້ນໜຶ່ງ (ສົມຜົນເສັ້ນຊື່)

ສຳຫຼັບໃຫ້ ນ້ອງໆນັກຮຽນມັດທະຍົມ ທວນຄືນອັນທີ່ໄດ້ຮຽນແລ້ວ ແລະ ເບິ່ງວິທີຄຶດທີ່ແຕກຕ່າງ ຂອງ ຄົນຕ່າງປະເທດເນາະ. ຄຶດວ່າໃຊ້ຮຽນໄດ້ ທັງເລກທັງພາສາອັງກິດ!

ໄຟຟ້າ ແລະ ແມ່ເຫຼັກ ແມ່ນຫຍັງ? (ຫຼັກສູດເປີດ ຂອງ MIT)

ອາຈານນີ້ ມືອາຊີບອີ່ຫຼີ, ທັງຄວາມໄວ, ຈັງຫວະ, ເນື້ອໃນ ແລະ ບັນຍາກາດ ໃນການເວົ້າ ເກືອບວ່າບໍ່ເຄີຍເຫັນ ທີ່ເຂົ້າໃຈງ່າຍ ແບບນີ້ມາກ່ອນ. ໃຊ້ແອບຟັງພາສາອັງກິດກໍ່ໄດ້, ຖ້າເຂົ້າໃຈພາສາ ຄວາມຮູ້ລະດັບມັດທະຍົມ ກໍ່ສາມາດເຂົ້າໃຈໄດ້.

11/14/2008

ໂຕໜັງສືໄຕລື້

ໄດ້ພະຍາຍາມ ຂຽນ ຄຳເວົ້າຂອງ ນັກຮ້ອງເປັນພາສາລາວ ເພື່ອສົມທຽບໂຕໜັງສືໄຕລື້ ກັບ ໂຕໜັງສືລາວ. ຖ້າມີອາຈານໃດຮູ້ວ່າ ບ່ອນໃດຜິດ ກະລຸນາຊ່ອຍບອກດ້ວຍ.



...
ອັກຂະລະ ອັກຂະລະ ພາສາຕົວໄຕ
ອັກຂະລະ ອັກຂະລະ ຈື່ຈຳຮຽນໄວ້
ອະ ອາ ອິ ອີ ອຸ ອູ ເອ ໂອ ສະຫຼະແປດຕົວ ຊ່ວຍກັນຮຽນໄວ້
ອັກຂະລະ ອັກຂະລະ ພາສາຊາວໄຕ
ອັກຂະລະ ອັກຂະລະ ປາກ?ຊາວໄຕ
ກະ ຂະ ກາ ຂາ ?
ຈະ ຊະ ຈາ ຊາ ?
???
ຈື່ຈຳຮຽນໄວ້
ອັກຂະລະ ອັກຂະລະ ເລກຕົວຂອງໄຕ
ອັກຂະລະ ອັກຂະລະ ສືບສາຍເຄືອໄຕ
ຕະ ທະ ຕາ ທາ ?
ປະ ພະ ປາ ພາ ?
???
ຈື່ຈຳຮຽນໄວ້
ອັກຂະລະ ອັກຂະລະ ພາສາຕົວໄຕ
ອັກຂະລະ ອັກຂະລະ ຈື່ຈຳຮຽນໄວ້
???

(ບາງເທື່ອສຶກສາໂຕໜັງສືເອົາອາດຊິໄວກວ່າ. ຊິລອງຄ່ອຍເຮັດໄປເບິ່ງ)

ຄົນໄຕລື້ ຢູ່ ສິບສອງພັນນາ

ບໍ່ເປັນຕາເຊື່ອເລີຍວ່າ ມີຄົນເວົ້າພາສາຄ້າຍໆຄືພາສາລາວ ຢູ່ ຈີນ. ບໍ່ຮູ້ວ່າຄົນລາວຜູ້ອື່ນ ຊິເຂົ້າໃຈຄຳເວົ້າຂອງລາວ ຄືຂ້ອຍບໍ່ເນາະ.



ຕາມຕົນເອງໄດ້ຍິນ ແມ່ນ :

ເຖົ້າໜຸ່ມຍິງຊາຍ ແລະ ສະຫາຍຮັກທັງມວນ. ສູ່ເຈົ້າສຸກສະບາຍດີ. ຂ້ອຍຊື່ ອີ່ອ່ອນນ້ອຍ, ບ້ານເກີດ ເມືອງຫຼ້າສາງຍອງ. ຕັ້ງແຕ່ນ້ອຍ ກໍ່ຮູ້ ຂັບລຳ ຂັບໄຕ, ປາກໄດ້ຈື່ກັບສຽງ, ເພີ່ນວ່າຫຼ້າໂຕນ້ອຍ ຊ່າງຂັບຫຼັງຄວາຍ. ພາຍລຸນມາ ຈຶ່ງໄດ້ມາຢູ່ ໂຮງຂັບຟ້ອນ ສິບສອງພັນນາ, ມາຮຽນການຂັບ ຫຼາຍມາໂຍ. ສຽງຂັບຂ້ອຍ ກໍ່ລືຊາ ພະກະຕະໄປ ຫຼາຍບ້ານຫຼາຍເມືອງ,ໃນກາລສິບປີປາຍມາ ຂ້ອຍໄດ້ອອກໄປຂັບນອກປະເທດ ຊື່ເປິນ (ຄືຊິແມ່ນ ຍີ່ປຸ່ນ), ເມືອງລາວ ເມືອງມ່ານ ເມືອງໄທ ຫຼາຍປະເທດ ຕ່າງໆ,​...(ຕໍ່ໄປບໍ່ຄ່ອຍເຂົ້າໃຈປານໃດ).

ຫຼັກສູດເປີດ ຂອງ MIT ສຳຫຼັບ ນັກຮຽນອຸດົມ

ສຳຫຼັບ ນ້ອງນັກຮຽນມັດທະຍົມ, ອຸດົມ ທີ່ ເນື້ອໃນຮຽນ ໃນ ລະດັບມະຫາວິທະຍາໄລອາດຈະຍາກໂພດນັ້ນ ໃຫ້ ລອງເບິ່ງ ຫຼັກສູດເປີດ ຂອງ ເອັມໄອທີ ສຳຫຼັບນັກຮຽນອຸດົມເດີ້. ເນື້ອໃນສອນ ມີ ທັງເປັນໂຕໜັງສືດ ສຽງ ແລະ ພາບ. ໜ້າເສຍດາຍ ທີ່ ພາບນັ້ນ ເພີ່ນຍັງບໍ່ໄດ້ອັບໂຫຼດໃສ່ YouTube ເທື່ອ ແລະ ຕ້ອງມີໂປແກມ Real Player ຈຶ່ງຈະສາມາດເບິ່ງໄດ້. ທີ່ຢູ່ ແມ່ນ http://ocw.mit.edu/OcwWeb/hs/home/home/index.htm.

11/12/2008

ຮຽນ ຢູ່ MIT ຜ່ານ YouTube!

MIT ຫຼື Masachuset Institute of Technology (ສະຖາບັນເທັກໂນໂລຢີແມເຊັດຈູເຊັດ) ແມ່ນ ມະຫາວິທະຍາໄລທີ່ມີ ຊື່ສຽງທີ່ສຸດແຫ່ງໜຶ່ງໃນໂລກ. ດຽວນີ້ສາມາດ ເຂົ້າຮ່ວມຫ້ອງຮຽນ ທີ່ ເພີ່ນເປີດເຜີຍ ຢູ່ YouTube ໂດຍ ບໍ່ຕ້ອງເສຍເງິນ! ຄ່າຮຽນປີໜຶ່ງນີ້ ຊື້ ເລັກຊັສ ໄດ້ຄັນປາຍພຸ້ນ ທ່ານໃດສົນໃຈ ກໍ່ເລືອກຊົມເອົາເດີ້!ທີ່ຢູ່ ແມ່ນ http://www.youtube.com/mit

ຕົວຢ່າງ: ບົດຮຽນກ່ຽວກັບ ການສື່ສານດີຈີຕາລ 2.

12/20/2007

ມະຫາວິທະຍາໄລຈຳປາສັກ

ໜຶ່ງໃນສາມມະຫາວິທະຍາໄລແຫ່ງຊາດ ຢູ່ ລາວ. ຫາກໍ່ເປີດສອນບໍ່ທໍ່ໃດປີ ແຕ່ ຮູ້ສຶກວ່າມາແຮງ, ເບິ່ງແຕ່ ໜ້າເວັບນີ້ກໍ່ຢາກວ່າຄັກກວ່າ ຂອງ ມຊ ຢູ່ ວຽງຈັນພຸ້ນແຫຼະ. ທີ່ຢູ່ແມ່ນ http://www.uch.edu.la/chuInfo_lao.asp

11/30/2007

ໜ້າເວັບ ຂອງ ອົງການ OLPC (ໜຶ່ງຄອມພິວເຕີນ້ອຍຕໍ່ເດັກນ້ອຍໜຶ່ງຄົນ)

ເດືອນນີ້ຄຶດວ່າຊິບໍ່ໄດ້ອັບເດດແລ້ວ ເພາະວ່າວຽກຫຍຸ້ງຫຼາຍ. ພໍດີມາເຫັນໜ້າເວັບໜ້າສົນໃຈ ຂອງ ອົງການນີ້ ສະນັ້ນ ຊິໄດ້ຂໍອະນຸຍາດສະເໜີເລີຍ. ວຽກເພິ່ນແມ່ນ ການພະຍາຍາມ ສະໜອງແລັບທອບ (ຄອມພິວເຕີນ້ອຍ) ໃຫ້ ເດັກນ້ອຍ ຢູ່ ປະເທດ ທີ່ ທຸກຍາກໃນໂລກ ໂດຍລາຄາຖືກ (100 ໂດລາອາເມລິກາ) ຜ່ານລັດຖະບານ. ເພິ່ນຄຶດວ່າ ມັນຈະຊ່ອຍຫຼຸດເສຍປຽບດ້ານໂອກາດເຂົ້າຫາ ຂໍ້ມູນ ຂອງ ເດັກນ້ອຍຢູ່ປະເທດເຫຼົ່ານີ້. ໜ້າເວັບເພິ່ນ ຢູ່ http://laptop.org/index.lo.html. ຕ້ອງເອົາ ເມົາສ໌ວາງເທິງເມນູ ຈັ່ງຊິເຫັນພາສາລາວເນາະ.

10/23/2007

ກະຊວງສຶກສາ

ໜ້າເວັບທາງການ ຂອງ ກະຊວງສຶກສາທິການ. ໜ້າຫຼັກນັ້ນ ເພິ່ນຊົງເພິ່ນຄືຊິພວມເລັ່ງສ້າງຢູ່. ທີ່ ຢູ່ ແມ່ນ http://www.moe.gov.la/index_l.htm




ທີ່ໜ້າສົນໃຈກວ່າໜ້າຫຼັກ ແມ່ນ ໜ້າແຜນທີ່ໂຮງຮຽນ. ສາມາດກົດເຂົ້າໄປເບິ່ງວ່າ ທີ່ຕັ້ງຂອງໂຮງຮຽນແຕ່ລະຂັ້ນ ຢູ່ ແຕ່ລະເມືອງຕັ້ງຢູ່ໃສໄດ້. ຖ້າເປັນໄປໄດ້ ປະເພດໂຮງຮຽນກໍຢາກໃຫ້ແປເປັນພາສາລາວ ເພາະຄົນບ້ານເຮົາ ທີ່ອ່ານພາສາອັງກິດບໍ່ອອກ ກໍຍັງມີຫຼາຍຢູ່. ທີ່ຢູ່ໜ້າເລີ່ມຕົ້ນ ຂອງ ແຜນທີ່ໂຮງຮຽນແມ່ນ http://www.moe.gov.la/map_l.htm

10/16/2007

ສຳນັກພິມຊ້າງນ້ອຍ

ຖ້າໃຫ້ເພິ່ນເຮັດໜ້າຫຼັກເປັນພາສາລາວ ແຕ່ ບໍ່ເຫັນເຮັດຈັກເທື່ອ, ສະນັ້ນ ຂໍ ກາງລິ້ງຄ໌ ຫາ ໜ້າໂຄສະນາສຳນັກພິມເພິ່ນ ທີ່ ມີເນື້ອໃນ ເປັນພາສາລາວ. ເປັນສຳນັກພິມ ຂອງ ຄົນລາວ ໂດຍມີຄົນຕ່າງປະເທດ ເປັນທີ່ປຶກສາ ຢູ່ ຫຼວງພະບາງ. ສ່ວນຫຼາຍຊິຈັດພິມປຶ້ມອ່ານຫຼິ້ນເຊິ່ງມີສາລະປະໂຫຍດ ໂດຍເນື້ອໃນທີ່ເຂົ້າໃຈງ່າຍ ສຳຫຼັບເດັກນ້ອຍ. ໄດ້ຍິນວ່າແຕ່ສ້າງສຳນັກພິມຂຶ້ນ ໃນປີ 2004 ພິມໄດ້ຕັ້ງ 30 ປຶ້ມແລ້ວ, ບໍ່ຮູ້ຄືກັນວ່າ ມີ ສຳນັກພິມໃດຢູ່ລາວ ນອກຈາກ ທີ່ພິມປຶ້ມກົດໝາຍຫຼືລັດຖະການອື່ນໆຫັ້ນ ເຄີຍພິມຫຼາຍຫົວຂໍ້ປານນີ້ບໍ່. ທີ່ຢູ່ ແມ່ນ ​ http://www.xangnoi-editions.com/pdf/catalogue3A4lao.pdf



10/10/2007

uplao.com

ເບິ່ງຊົງ ຄືຊິແມ່ນ ແຟນກິລາເຕະບານ ເປັນຜູ້ສ້າງ. ມີຂ່າວ ແລະ ຜູ້ລົງຄຳຖາມ ຄຳຕອບຢູ່ ແຕ່ ຍັງມີລິ້ງຄ໌ຂາດຫຼາຍ,​ໂດຍສະເພາະ ຮູບ, ລວມທັງໜ້າທຳອິດ. ອີກອັນໜຶ່ງ ຄຳວ່າ "ໃນເນື້ອຂ່າວ" ຄຶດວ່າເປັນການໃຊ້ສັບທີ່ແປກໃໝ່ ແລະ ໜ້າສົນໃຈຄືກັນ. ທີ່ຢູ່ ແມ່ນ http://www.uplao.com/

9/04/2007

ໂຮງຮຽນສອນຂັບລົດຄອນອິນ

ເບິ່ງຊົງທຸລະກິດຄືຊິໄດ້ກຳໄລຫຼາຍ. ແມ່ນແຕ່ໂຮງຮຽນຂັບລົດ ກະຍັງເປີດເວັບໄຊທ໌. ທີ່ຢູ່ ແມ່ນ http://www.corninc.com.la/

8/27/2007

ບໍລິສັດຊີແອັສຄອມພິວເຕີຈຳກັດ

ເຂົ້າໃຈວ່າ ແມ່ນ ບໍລິສັດທີ່ສະໜອງ ລະບົບການກວດຄົນເຂົ້າອອກເມືອງ ລວມທັງ ລະບົບບາຄອດ ຢູ່ ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ (ວຽງຈັນ-ໜອງຄາຍ). ເວັບໄຊທ໌ເບິ່ງຮຽບດີ ແຕ່ ມີບັນຫາໃນ ການລິ້ງຄ໌ ຫາ ຂໍ້ມູນພາຍໃນ ທີ່ ຍັງບໍ່ສົມບູນ ເຊັ່ນ ກົດແລ້ວບໍ່ຫຍັງເກີດຂຶ້ນ ແລະ ຮູບໃນບາງໜ້າກໍ່ເຫັນເປັນເຄື່ອງໝາຍຄູນຢູ່. ບາງເທື່ອ ອາດຊິແມ່ນຢູ່ໃນຂັ້ນຕອນພວມກໍ່ສ້າງກະບໍ່ຮູ້.ທີ່ຢູ່ ແມ່ນ http://www.csgroupnet.net/

8/23/2007

ສະຖາບັນສຸດສະກະ

ເພິ່ນໃສ່ຊື່ວ່າສະຖາບັນ ແຕ່ເຂົ້າໃຈວ່າ ແມ່ນວິທະຍາໄລ ຫຼື ໂຮງຮຽນ ລະດັບຊັ້ນສູງ ແລະ ປະລິນຍາຕີ. ໜ້າຫຼັກເປັນແບບງ່າຍໆ ແຕ່ ການເຂົ້າຫາຂໍ້ມູນແຕ່ລະອັນສະດວກ. ສຳຫຼັບ ຜູ້ເຂົ້າເບິ່ງເວັບ ທີ່ ເຂົ້າຫາເນັດດ້ວຍສາຍຄວາມໄວບໍ່ສູງ ບາງເທື່ອ ລັກສະນີ້ອາດຊິດີກວ່າກະບໍ່ຮູ້. ທີ່ຢູ່ ແມ່ນ http://www.simt.edu.la/index.html

8/21/2007

ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ

ເວັບໄຊທ໌ ຂອງ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ. ມີລິ້ງຄ໌ໄປຫາ ຫົວຂໍ້ການຄົ້ນຄວ້າ ແຕ່ ກົດແລ້ວ ກັບຄືນໄປຫາ ໜ້າຫຼັກ. ຫວັງວ່າເພິ່ນຊິແປງໃຫ້ໄວໆແດ່ ເພາະຢາກອ່ານຫຼາຍແລ້ວ. ທີ່ຢູ່ ແມ່ນ http://fos.nuol.edu.la/do/index.php.

8/18/2007

ສະຖາບັນສາທາລະນະສຸກສາດ

ໄລຍະຫຼັງນີ້ ຊອກເຫັນເວັບໄຊທ໌ໃໝ່ ຈົນຂຽນນຳເກືອບບໍ່ທັນ. ທາງລຸ່ມນີ້ ແມ່ນ ເວັບໄຊທ໌ ຂອງ ສະຖາບັນສາທາລະນະສຸກສາດ. ເຂົ້າໃຈວ່າ ແມ່ນ ສະຖາບັນຄົ້ນຄ້ວາ ຂອງ ກະຊວງສາທາລະນະສຸກ. ເນື້ອໃນສະບັບພາສາລາວ ຍັງຂາດເປັນບາງບ່ອນ ເມື່ອທຽບໃສ່ສະບັນພາສາອັງກິດ, ຄຶດວ່າ ເພິ່ນຄືຊິຄ່ອຍໆຂຽນໃສ່. ທີ່ຢູ່ ແມ່ນ http://www.nioph.gov.la/Indexlao.htm

8/16/2007

ການຄົ້ນຫາ ໃນ Google ແບບ ກຳໜົດເງື່ອນໄຂ ເພື່ອ ຄັດຈ້ອນຜົນ

ທ່ານທີ່ ຄົ້ນຫາ ຜ່ານ Google (http://www.google.com) ເປັນປະຈຳ ຄືຊິເຄີຍຮູ້ສຶກວ່າ ບາງເທື່ອຜົນການຄົ້ນຫາ ອອກມາຫຼາຍໂພດ ເຮັດໃຫ້ຕ້ອງກົດເບິ່ງຕັ້ງຫຼາຍໜ້າ ກວ່າຊິຮອດໜ້າທີ່ຕ້ອງການ. ມື້ນີ້ ຊິຂໍສະເໜີ ວິທີການຄົ້ນຫາ ໂດຍ ກຳໜົດເງື່ອນໄຂ ເພີ່ມ ເຊັ່ນ ໃຫ້ຄົ້ນຫາ ສະເພາະ ໄຊທ໌ໃດໜຶ່ງ ຫຼື ສະເພາະໄຟລ໌ປະເພດໃດໜຶ່ງ.
ຕົວຢ່າງ ຖ້າທ່ານ ຢາກຊອກຫາ ໄຟລ໌ປະເພດ pdf (ສ່ວນຫຼາຍບົດລາຍງານຈະແມ່ນ ໄຟລ໌ປະເພດນີ້) ທີ່ປະກອບມີຄຳວ່າ "Lao" ຢູ່ ໄຊທ໌ ຂອງ ທະນາຄານພັດທະນາອາຊີ (http://www.adb.org) ທ່ານ ສາມາດ ເຮັດໄດ້ ໂດຍ ພິມວ່າ Lao site:.adb.org filetype:pdf ຢູ່ ປ່ອງຢ້ຽມຄົ້ນຫາ ຂອງ Google . ຮູບທາງລຸ່ມ ແມ່ນ ຜົນການຄົ້ນຫາດັ່ງກ່າວ.



ຖ້າທ່ານ ຢາກຊອກຫາ ໄຟລ໌ປະເພດ pdf (ສ່ວນຫຼາຍບົດລາຍງານຈະແມ່ນ ໄຟລ໌ປະເພດນີ້) ທີ່ປະກອບມີຄຳວ່າ "Lao" ຢູ່ ໄຊທ໌ ຂອງ ລັດຖະບານປະເທດໄທ (ເຊິ່ງໂດຍທົ່ວໄປ ລົງທ້າຍດ້ວຍ .go.th) ທ່ານ ສາມາດ ເຮັດໄດ້ ໂດຍ ພິມວ່າ Lao site:.go.th filetype:pdf ຢູ່ ປ່ອງຢ້ຽມຄົ້ນຫາ ຂອງ Google .



ອິນເຕີເນັດ ຫຼື ເວັບ ກໍ່ຄືກັບ ມະຫາສະໝຸດ ແຫ່ງ ຂໍ້ມູນ ແຕ່ບໍ່ແມ່ນວ່າ ທຸກໆຂໍ້ມູນ ຊິມີຄວາມໝາຍ ສຳຫຼັບ ທຸກໆຄົນ. ສະນັ້ນ ເຮັດແນວໃດຊິສາມາດຊອກຫາສິ່ງທີ່ຕົນເອງຕ້ອງການໄດ້ ໂດຍບໍ່ເສຍເວລາ ແລະ ຄ່າໃຊ້ຈ່າຍຫຼາຍ ກໍ່ແນ່ນອນວ່າ ຕ້ອງສຳຄັນ. ສິ່ງທີ່ທ່ານ ຕ້ອງຮູ້ເພື່ອຄົ້ນຫາ ແບບເພີ່ມເງື່ອນໄຂຄັດຈ້ອນນີ້ ກໍ່ແມ່ນ (1) ທີ່ຢູ່ ເວັບໄຊທ໌ ທີ່ທ່ານສົນໃຈ ລົງທ້າຍດ້ວຍຫຍັງ. ອັນນີ້ແຕ່ລະປະເທດກໍ່ບໍ່ກັນ ເຊັ່ນ ເວັບໄຊທ໌ ລັດຖະບານ ຢູ່ ຍີ່ປຸ່ນ ແລະ ໄທ ຈະລົງທ້າຍດ້ວຍ .go.jp ແລະ .go.th ເປັນສ່ວນຫຼາຍ ໃນຂະນະທີ່ຢູ່ ລາວ ແລະ ຫວຽດນາມ ສ່ວນຫຼາຍ ແມ່ນ .gov.la ແລະ .gov.vn .ສ່ວນ ອັນທີ (2) ທີ່ທ່ານຕ້ອງຮູ້ກໍ່ແມ່ນ ປະເພດໄຟລ໌. ອັນນີ້​ ກໍ່ມີຫຼາຍອັນ ເຊັ່ນ ແມ່ນ pdf(ເອກະສານພີດີເອັຟ ຂອງ ອາໂດບີ), doc (ເອກະສານເວີດ ຂອງ ໄມໂຄຣຊອຟ) , xls (ຕາຕະລາງຄິດໄລ່ເອັກເຊລ ຂອງ ໄມໂຄຣຊອຟ) , ppt (ພາວເວີພອຍທ໌ ຂອງ ໄມໂຄຣຊອຟ)ແລະອື່ນໆ.

8/13/2007

ສະມາຄົມໂຮງຮຽນພາກເອກະຊົນ


ມື້ນີ້ ເຫັນລິ້ງຄ໌ໃໝ່ຫຼາຍອັນ ແລະ ກໍຊິຂໍອະນຸຍາດ ສະເໜີພ້ອມກັນເລີຍເນາະ. ທຳອິດ ແມ່ນ ເວັບໄຊທ໌ ຂອງ ສະມາຄົມ ໂຮງຮຽນ ພາກເອກະຊົນ. ທີ່ຢູ່ ແມ່ນ http://www.laopedu.com.

ເວັບໄຊທ໌ ຂອງ ບັນດາໂຮງຮຽນເອກະຊົນ ທີ່ ເປັນ ສະມາຊິກ ມີ :
ວິທະຍາໄລຄອມເຊັນເຕີ http://www.comuniver.com/
ວິທະຍາໄລຣັຕະນະ http://www.rbaclao.com/
ບຸດດາສິນສອນຄອມ http://www.boudnasinh.com/

ຂ້າງລຸ່ມນີ້​ ແມ່ນ ເວັບໄຊທ໌ ຢູ່ໃນ ໄຊທ໌ ຂອງ ສະມາຄົມໂຮງຮຽນພາກເອກະຊົນ.
ວິທະຍາໄລເສດຖາບໍລິຫານທຸລະກິດ http://www.laopedu.com/link_web/SBAC_web/index.html
ວິທະຍາໄລບຸດວິເສດ http://www.laopedu.com/link_web/boudvisethpage_/index.html
ໂຮງຮຽນກ້າວໜ້າ http://www.laopedu.com/link_web/Kaona_page/index.html
ໂຮງຮຽນອະນຸບານດາຣາ http://www.laopedu.com/link_web/dara_page/index.html
ໂຮງຮຽນວຽງສະຫວັນ http://www.laopedu.com/link_web/viengsavanh_page/index.html
ໂຮງຮຽນວຽງຈັນພັດທະນາອາຊີບ http://www.laopedu.com/link_web/viengchan_phadthana_page/index.html
ໂຮງຮຽນປະຖົມມັດທະຍົມຕອນຕົ້ນສິນໄຊ http://www.laopedu.com/link_web/sinxay_page/index.html

ວິທະຍາໄລຣັຕນະບໍລິຫານທຸລະກິດ

ເຂົ້າໃຈວ່າ ແມ່ນ ໂຮງຮຽນເອກະຊົນທີ່ເກົ່າທີ່ສຸດແຫ່ງໜຶ່ງ ຢູ່ ລາວ. ນອກຈາກ ວິທະຍາເຂດຫຼັກຢູ່ວຽງຈັນແລ້ວ ຍັງມີ ສາຂາ ອີກ 5 ແຫ່ງ ຢູ່ ແຂວງວຽງຈັນ, ອຸດົມໄຊ, ໄຊຍະບູລີ, ບໍ່ແກ້ວ ແລະ ຈຳປາສັກອີກ. ເວັບໄຊທ໌ ເພິ່ນ ຢູ່ http://www.rbaclao.com/index.html. ສີສັນສົດໃສ ແລະ ຂໍ້ມູນກໍ່ຫຼາຍ, ແຕ່ ຖ້າມີຂໍ້ມູນຄ່າຮຽນນຳ ກໍ່ຊິສະດວກຂຶ້ນສຳຫຼັບຜູ້ສົນໃຈຢາກ ພິຈາລະນາເຂົ້າຮຽນ. ອີກອັນໜຶ່ງຮູ້ສຶກວ່າ (ສຳຫຼັບຜູ້ຂຽນ) ຮູບຢູ່ໜ້າໜຶ່ງປ່ຽນຫຼາຍ ແລະ ຖີ່ໂພດ.

8/06/2007

ພະແນກແຜນການແລະການລົງທຶນແຂວງຈຳປາສັກ

ເວັບໄຊທ໌ອົງກອນລັດລະດັບແຂວງນີ້ ຄຶດວ່າອັນນີ້ຄືຊິແມ່ນອັນທຳອິດ. ເນື້ອໃນມີລະອຽດ, ກະທັດຮັດ ແລະ ຊອກຫາຂໍ້ມູນທີ່ຕ້ອງການໄດ້ງ່າຍ. ເວລາໄປຈຳປາສັກເປັນເທື່ອທຳອິດ ຕອນ 7,8 ປີກ່ອນຫັ້ນ ຢູ່ ໂຮງແຮມກໍ່ຍັງຫາຄົນເວົ້າພາສາອັງກິດຍາກຫຼາຍ ເມື່ອທຽບກັບນະຄອນຫຼວງ. ຕອນນັ້ນ ຜູ້ຂຽນສະຫຼຸບເອົາເອງວ່າ ເຫດຜົນ ແມ່ນຍ້ອນວ່າ ຄະນະພາສາອັງກິດຂອງມະຫາວິທະຍາໄລແຫ່ງຊາດນັ້ນ ມີແຕ່ຢູ່ ວຽງຈັນ. ແຕ່ ດຽວນີ້ ພະແນກແຜນການແຂວງຈຳປາສັກ ມີເວັບໄຊທ໌ທັງສະບັບພາສາລາວແລະອັງກິດແລ້ວ ທັງໆທີ່ທາງນະຄອນຫຼວງຍັງບໍ່ມີເທື່ອ, ອັນນີ້ຊິແມ່ນຍ້ອນ ເພິ່ນສ້າງມະຫາວິທະຍາໄລຂຶ້ນໃໝ່ຢູ່ຫັ້ນບໍ່ນໍ? ທີ່ຢູ່ເວັບໄຊທ໌ແມ່ນ http://www.dpichamp.gov.la/


8/02/2007

ຮຽນພາສາຝຣັ່ງ (ສະຖານີວິທະຍຸຝຣັ່ງສາກົນ)

ຫຼັງຈາກ ພາສາອັງກິດ, ຍີ່ປຸ່ນ ບາດນີ້​ ແມ່ນ ພາສາຝຣັ່ງເນາະ. ສະຖານີຝຣັ່ງສາກົນ ກໍ່ມີເວັບໄຊທ໌ສອນພາສາຝຣັ່ງ ຄືກັນ ຢູ່ http://www.rfi.fr/lffr/statiques/accueil_apprendre.asp. ຢູ່ນີ້ ມີ ລາຍການໜຶ່ງທີ່ຜູ້ຂຽນມັກ ເພາະຖ້າເຂົ້າໃຈພາສາອັງກິດ ແມ່ນ ບໍ່ຈຳເປັນຕ້ອງເປີດປຶ້ມວັດຈະນານຸກົມ ກໍ່ສາມາດ ທັງຟັງ, ເຂົ້າໃຈ ແລະ ຈື່ ປະໂຫຍກສົນທະນາພື້ນຖານຕ່າງໆ ໃນ ພາສາຝຣັ່ງໄດ້. ລາຍການນີ້​ເຂົ້າຫາໄດ້ ຢູ່ http://www.rfi.fr/lfen/pages/001/liste_cva_anglais.asp.

7/17/2007

ຮຽນພາສາຍີ່ປຸ່ນ ຜ່ານ ຫຼາຍໆພາສາ ທີ່ ວິທະຍຸກະຈາຍສຽງຍີ່ປຸ່ນ

ມື້ນີ້ ຂໍ ສະເໜີ ເວັບໄຊທ໌ບົດຮຽນພາສາຍີ່ປຸ່ນ ທີ່ ສະຖານີວິທະຍຸກະຈາຍສຽງຍີ່ປຸ່ນ. ບົດຮຽນພາສາຍີ່ປຸ່ນຢູ່ນີ້ຈະສາມາດຮຽນຜ່ານ ທັງໝົດ 21​ ພາສາ ເຊັ່ນ ອັງກິດ, ຝຣັ່ງ, ລັດເຊຍ, ຫວຽດນາມ,​ໄທ ແລະອື່ນໆ. ແຕ່ລະພາສາ ຈະມີ ຜູ້ຮັບຜິດຊອບຕ່າງຫາກ, ມີທັງ ຜູ້ໜຸ່ມ ຜູ້ເຖົ້າ ຜູ້ຍິງ ແລະ ຜູ້ຊາຍ. ສຳຫຼັບຄົນລາວ ກໍ່ໜ້າເສຍດາຍຕາມເຄີຍ ທີ່ ຍັງບໍ່ມີລາຍການສອນພາສາຍີ່ປຸ່ນ ເປັນພາສາລາວ ແຕ່ ເບິ່ງແລ້ວ ຄຶດວ່າມີຫຼາຍພາສາຢູ່ ທີ່ ຄົນລາວສາມາດຮຽນຜ່ານໄດ້. ມັກ ວິທີສອນ ຂອງ ອາຈານໃດ ກໍ່ເລືອກຮຽນນຳອາຈານນັ້ນເອົາເນາະ. ເຂົ້າຫາ ເວັບໄຊທ໌ນີ້ ໄດ້ທີ່ http://www.nhk.or.jp/lesson/.

7/13/2007

ຮຽນພາສາອັງກິດ ນຳ ລາຍການ Special English ຂອງ ວິທະຍຸສຽງອາເມລິກາ

ຫຼາຍທ່ານ ທີ່ເຄີຍຮຽນພາສາຕ່າງປະເທດ ຄືຊິເຄີຍຮູ້ສຶກວ່າ ພາສາຕ່າງປະເທດນີ້​ ບາງເທື່ອເຖິງວ່າ ເພິ່ນເວົ້າແຕ່ຄຳສັບທີ່ຕົນເອງຮູ້ຢູ່ ແຕ່ກໍ່ຍັງເຂົ້າໃຈຍາກ ເພາະຟັງບໍ່ທັນ ຫຼື ຟັງບໍ່ອອກ. ລາຍການ Special English ນີ້, ເພິ່ນຊິອ່ານຂ່າວ ພາສາອັງກິດທີ່ເລືອກໃຊ້ແຕ່ຄຳສັບງ່າຍໆ ແບບຊ້າໆ. ຜູ້ຂຽນຄຶດວ່າ ມີປະໂຫຍດຫຼາຍໆ ສຳຫຼັບ ທ່ານທີ່ຮຽນພາສາອັງກິດໃໝ່ ແລະ ທ່ານທີ່ສົນໃຈຢາກຮຽນຮູ້ພາສາອັງກິດແບບທາງການ (ທີ່ໂດຍທົ່ວໄປ ຈະມີປະໂຫຍດກວ່າ). ສຳຫຼັບ ຜູ້ຂຽນແມ່ນມີປະໂຫຍດຫຼາຍ ໃນເວລາເລີ່ມຮຽນພາສາອັງກິດ ຕອນຫາກໍ່ຮຽນຈົບອຸດົມ ແຕ່ ເກືອບ 20​ ປີກ່ອນພຸ້ນ. ດາວໂຫຼດລາຍການເພິ່ນໄວ້ຟັງ ໃນ ipod ຫຼື ເຄື່ອງສຽງຕິດໂຕອື່ນໆ ກໍ່ຄືຊິດີຄືກັນ. ເວັບໄຊທ໌ເພິ່ນແມ່ນ http://www.voanews.com/specialenglish/

7/11/2007

ເວັບໄຊທ໌ ທີ່ສາມາດ ໝາຍຫຼືຊອກຮູບ ເທິງແຜນທີ່ໄດ້

ຄຶດວ່າ ເວັບໄຊທ໌ນີ້ ຊິດັງຂຶ້ນຫຼາຍກວ່ານີ້ອີກ ເພາະເຫັນປະກາດ ຢູ່ ໜ້າທຳອິດ ວ່າ ກູກໂກ້ (google) ຫາກໍ່ຊິຊື້ເອົາເວັບໄຊທ໌ເພິ່ນ. ເວົ້າງ່າຍໆ ມັນແມ່ນເວັບ ທີ່ ຜູ້ຖ່າຍຮູບສາມາດ ອັບໂຫຼດຮູບ ພ້ອມແທັກ (tag) ບອກວ່າ ຮູບນັ້ນຖ່າຍຢູ່ໃສໄດ້. ຜູ້ຢາກເບິ່ງຮູບ ກໍ່ສາມາດ ຊອກຫາຮູບ ຈາກ ຊື່ສະຖານທີ່ ຫຼື ທີ່ຕັ້ງເທິງແຜນທີ່ ໄດ້.

ຮູບນີ້ ໄດ້ມາຈາກ ການພິມຄຳວ່າ "vientiane" ໃສ່ ຊ່ອງຄົ້ນຫາ. ໜ້າເສຍດາຍ ທີ່ຍັງບໍ່ສາມາດຄົ້ນຫາເປັນພາສາລາວເທື່ອ. ຕ້ອງລະວັງວິທີສະກົດຊື່ສະຖານທີ່ຢູ່ລາວ ເປັນພາສາອັງກິດໜ້ອຍໜຶ່ງ ເຊັ່ນ ຫຼວງພະບາງ ຕ້ອງພິມ "luang prabang" ແບບມີຍະຫວ່າງ. ສາມາດເຂົ້າໄປໜ້ານີ້ ຢູ່ http://www.panoramio.com/map/#lt=17.9666667&ln=102.6&z=4&k=2&a=1


 

7/07/2007

ລິ້ງຄ໌ໃໝ່ (ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ)

ຢູ່ຍີ່ປຸ່ນພີ້, ຢູ່ ຄະນະວິສະວະກຳສາດ ຫານັກສຶກສາຜູ້ຍິງນັ້ນຍາກຫຼາຍ ແຕ່ ເບິ່ງຊົງສະພາບຢູ່ລາວ ຄືຊິແຕກຕ່າງເນາະ...http://www.fe-nuol.edu.la/

7/06/2007

ລິ້ງຄ໌ໃໝ່ ( ອົງການກາແດງລາວ)

ເວັບໄຊທ໌ ຂອງ ອົງການກາແດງລາວ. ມີຄຳເຫັນປະທານ ກ່ຽວກັບ ການເປີດເວັບພ້ອມ. ເບິ່ງຄືວ່າ ຫຼາຍຄົນ ຢູ່ ບ້ານເຮົາກໍ່ເລີ່ມ ໃຫ້ຄວາມສຳຄັນ ການນຳໃຊ້ເວັບແທ້ໆແລ້ວ.http://www.laoredcross.org/index.php

6/29/2007

ໂຄງການ CSEARHAP ລາວ

ລິ້ງຄ໌ໃໝ່ອີກ. ບໍ່ແນ່ໃຈຄືກັນວ່າ ແມ່ນ ອົງການລັດ ຫຼື ເອັນຈີໂອ.
http://www.csearhap.org/la/index.php

6/18/2007

ລິ້ງຄ໌ໃໝ່


http://www.e-way.info.la/
ອີເວເຊັນເຕີຫຼວງພະບາງ. ເບິ່ງຊົງຄືຊິແມ່ນ ໂຄງການຮ່ວມມື (ຊ່ອຍເຫຼືອ) ລະຫວ່າງ ສູນຄົ້ນຄ້ວາການພັດທະນາສາກົນການາດາ ແລະ ສະເຕອາ (ອົງການວິທະຍາສາດ ເຕັກໂນໂລຢີ ແລະ ສິ່ງແວດລ້ອມ).



http://www.fms.edu.la/index_lao.html
ຄະນະວິທະຍາສາດການແພດ ມະຫາວິທະຍາໄລແຫ່ງຊາດ. ບໍ່ແນ່ໃຈຄືກັນວ່າ ແມ່ນ ເວັບໄຊທ໌ເປັນທາງການ ຂອງ ເພິ່ນຫຼືບໍ່ ເພາະ URL ແຕກຕ່າງກັບ ຄະນະວິຊາອື່ນໆ ຂອງ ມະຫາວິທະຍາໄລແຫ່ງຊາດ.



http://foa.nuol.edu.la/
ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ. ໜ້າທຳອິດ ບໍ່ໜ້າປະທັບໃຈປານໃດ ແຕ່ ນຳລິ້ງຄ໌ເຂົ້າໄປ ເລິກໆ ເຫັນວ່າ ມີ ບົດລາຍງານ ແລະ ເນື້ອໃນ ຕ່າງໆ ຫຼາກຫຼາຍສົມຄວນ.



http://www.laoite.com/
ກຸ່ມນັກສຶກສາໄອທີ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ. ອັນນີ້ ຄືຊິແມ່ນ ເວັບໄຊທ໌ ທີ່ ນັກສຶກສາ ຮ່ວມກັນສ້າງຂຶ້ນ.

6/13/2007

ລິ້ງຄ໌ໃໝ່

ຂໍອະນຸຍາດ ສະເໜີບາງ ລິ້ງຄ໌ໃໝ່ ທີ່ໄດ້ກາງໃໝ່ ໃນ ໄລຍະຫຼັງນີ້. (ອັນທີ່ ບຶດຕໍ່ບຶດຂາດ ແມ່ນ ຂໍຂ້າມກ່ອນ ເທື່ອນີ້)

ເວັບໄຊທ໌ ຂອງ ທ່ານ ຂຽວ ຮອສ ຢູ່ ມະຫາວິທະຍາໄລນອຣເທີນອິລີນອຍ. ມີຂໍ້ມູນກ່ຽວກັບລາວ, ພາສາລາວ, ລິ້ງຄ໌ລາວ ແລະ ອື່ນໆ. ຈຸດແຕກຕ່າງ ກັບ ເວັບໄຊທ໌ ອື່ນ ແມ່ນ ມີ ປ່ອງຢ້ຽມນ້ອຍແປຄຳສັບລາວ ເປັນ ພາສາອັງກິດ ເຊິ່ງຄຶດວ່າ ມີປະໂຫຍດ ສຳຫຼັບ ທ່ານ ທີ່ພວມຮຽນພາສາລາວ.
http://www.niu.edu/~ggreen/patoulao/welcome.htm

ເວັບໄຊທ໌ ຂອງ ບໍລິສັດ ເນັດເວີກໂຊລູຊັ້ນເຊີວີສ. ຈຸດພິເສດ ແມ່ນ ມີເນື້ອໃນ ເປັນ ຝຣັ່ງ ອີກ. ອັນນີ້ ຄືຊິມີປະໂຫຍດ ສຳຫຼັບ ທ່ານ ທີ່ ສົນໃຈພາສາຝຣັ່ງ ອີກ. ເບິ່ງຈາກ ການສ້າງແລ້ວ ຄວາມສາມາດ ດ້ານ ໄອທີ ຂອງ ເພິ່ນ ກໍ່ຄືຊິສູງຄືກັນ.
http://www.nsslaos.com/nss_lao/index.php

ເວັບໄຊທ໌ສົ່ງເສີມສຸຂະພາບແຫ່ງຊາດ. ເຫັນເພິ່ນອອກຂ່າວ ຢູ່ ໜັງສືພິມພາສາລາວ ຢູ່ວ່າ ໄດ້ເປີດຢ່າງເປັນທາງການແລ້ວ. ຢາກໃຫ້ ຫຼາຍໆຄົນ, ຫຼາຍໆອົງການເປີດເວັບໄຊທ໌ ຫຼາຍໆຂຶ້ນຕື່ມອີກແດ່ ພາສາລາວ ຈັ່ງຊິພັດທະນາ. ປະເທດອື່ນນີ້​ ເພິ່ນໄດ້ ພັດທະນາສິ່ງພິມເປັນເຈ້ຍ ກ່ອນ ແລ້ວຈຶ່ງ ປ່ຽນມານຳໃຊ້ເວັບ, ແຕ່ ພາສາລາວນີ້ ບາງເທື່ອ ຊິຂ້າມເຈ້ຍ ຫາ ເວັບເລີຍ ກະບໍ່ຮູ້ເນາະ. ເບິ່ງຈາກ ໝາຍເຫດ ຂ້າງລຸ່ມ ເຫັນວ່າ ເວັບໄຊທ໌ນີ້ ບໍລິການສ້າງໂດຍ ບໍລິສັດ cyberia ເຊັ່ນດຽວກັນ ກັບ ເວັບໄຊທ໌ ຂອງ ບໍລິສັດເບຍລາວ. ເບິ່ງໂດຍທົ່ວໄປແລ້ວ ເຫັນວ່າ ໄວໄຊທ໌ ໂດຍ ໄຊເບີເຣຍ ນີ້ ມີຄວາມສົມບູນສູງເນາະ.
http://www.health.gov.la/index_lao.php

6/09/2007

ທຶນລັດຖະບານອົສຕຣາລີ

ມື້ນີ້ ຂໍ ສະເໜີກ່ຽວກັບ ທຶນລັດຖະບານອົສຕຣາລີ ທີ່ ກໍ່ແມ່ນ ປະເທດໄປສຶກສາຕໍ່ ທີ່ ເປັນທີ່ນິຍົມສູງອັນໜຶ່ງຢູ່ ລາວ. ຕາມເບິ່ງແລ້ວ ເຫັນວ່າ ມີຫຼາຍປະເພດທຶນເຕີບ ແລະ ບາງອັນກໍ່ພວມປະກາດຮັບສະໝັກຢູ່. ອັນທີ່ໜ້າສົນໃຈທີ່ສຸດ ແມ່ນ ມັນສະໝັກຜ່ານອິນເຕີເນັດໄດ້ເລີຍ. ຜູ້ສະໝັກສາມາດ ສ້າງບັນຊີຄືບັນຊີອີເມລທົ່ວໄປ ແລ້ວ ຄ່ອຍໆອັບໂຫລດ ເອກະສານ ທີ່ຈຳເປັນ ພາຍໃນເວລາກຳໜົດເທົ່ານັ້ນ. ໝາຍຄວາມວ່າ ຖ້າສາມາດຕໍ່ອິນເຕີເນັດ ແລະ ມີສະແກນເນີ (ຕາມ ອິນເຕີເນັດກາເຟ ສ່ວນຫຼາຍ ກໍ່ເຫັນມີຢູ່) ກໍ່ບໍ່ຈຳເປັນຕ້ອງໄປ ສະຖານທູດອົສຕຣາລີກໍ່ໄດ້. ຜູ້ຂຽນຄຶດວ່າ ເຮັດແນວນີ້​ດີຫຼາຍ ເພາະມັນໝາຍຄວາມວ່າ ເພາະຢ່າງໜ້ອຍ ປະຕູຂຶ້ນເວທີແຂ່ງຂັນນັ້ນໄຂໄວ້ແລ້ວ ສຳຫຼັບທຸກໆຄົນ (ແນ່ນອນວ່າ ຕ້ອງມີ ສັນຊາດລາວ, ອາໄສຢູ່ລາວ ແລະ ສຳເລັດການສຶກສາທີ່ຈຳເປັນ ຕາມ ປະເພດທຶນທີ່ຢາກສະໝັກ). ເວັບໄຊທ໌ ເພິ່ນ ຢູ່ http://www.ausaid.gov.au/scholar/ ເນື້ອໃນ ເປັນພາສາອັງກິດໝົດ, ຄຶດວ່າເປັນ ສິ່ງກີດຂວາງທຳອິດ ທີ່ຕ້ອງໂດດຂ້າມ ເອົາເນາະ.