11/14/2008

ຄົນໄຕລື້ ຢູ່ ສິບສອງພັນນາ

ບໍ່ເປັນຕາເຊື່ອເລີຍວ່າ ມີຄົນເວົ້າພາສາຄ້າຍໆຄືພາສາລາວ ຢູ່ ຈີນ. ບໍ່ຮູ້ວ່າຄົນລາວຜູ້ອື່ນ ຊິເຂົ້າໃຈຄຳເວົ້າຂອງລາວ ຄືຂ້ອຍບໍ່ເນາະ.



ຕາມຕົນເອງໄດ້ຍິນ ແມ່ນ :

ເຖົ້າໜຸ່ມຍິງຊາຍ ແລະ ສະຫາຍຮັກທັງມວນ. ສູ່ເຈົ້າສຸກສະບາຍດີ. ຂ້ອຍຊື່ ອີ່ອ່ອນນ້ອຍ, ບ້ານເກີດ ເມືອງຫຼ້າສາງຍອງ. ຕັ້ງແຕ່ນ້ອຍ ກໍ່ຮູ້ ຂັບລຳ ຂັບໄຕ, ປາກໄດ້ຈື່ກັບສຽງ, ເພີ່ນວ່າຫຼ້າໂຕນ້ອຍ ຊ່າງຂັບຫຼັງຄວາຍ. ພາຍລຸນມາ ຈຶ່ງໄດ້ມາຢູ່ ໂຮງຂັບຟ້ອນ ສິບສອງພັນນາ, ມາຮຽນການຂັບ ຫຼາຍມາໂຍ. ສຽງຂັບຂ້ອຍ ກໍ່ລືຊາ ພະກະຕະໄປ ຫຼາຍບ້ານຫຼາຍເມືອງ,ໃນກາລສິບປີປາຍມາ ຂ້ອຍໄດ້ອອກໄປຂັບນອກປະເທດ ຊື່ເປິນ (ຄືຊິແມ່ນ ຍີ່ປຸ່ນ), ເມືອງລາວ ເມືອງມ່ານ ເມືອງໄທ ຫຼາຍປະເທດ ຕ່າງໆ,​...(ຕໍ່ໄປບໍ່ຄ່ອຍເຂົ້າໃຈປານໃດ).

1 comment:

Unknown said...

ມັນບໍ່ແຕ່ຄົນໄຕຢູ່ຈີນເວົ້າພາສາເມືອນລາວດອກນະ ຄົນໄຕຢູ່ຫວຽດນາມກໍ່ເຫມືອນກັນເລີຍ ເພາະວ່າຄົນໄຕແລະລາວມາຈາກເມືອງສິບສອງປັນນາ