
8/06/2007
ພະແນກແຜນການແລະການລົງທຶນແຂວງຈຳປາສັກ
ເວັບໄຊທ໌ອົງກອນລັດລະດັບແຂວງນີ້ ຄຶດວ່າອັນນີ້ຄືຊິແມ່ນອັນທຳອິດ. ເນື້ອໃນມີລະອຽດ, ກະທັດຮັດ ແລະ ຊອກຫາຂໍ້ມູນທີ່ຕ້ອງການໄດ້ງ່າຍ. ເວລາໄປຈຳປາສັກເປັນເທື່ອທຳອິດ ຕອນ 7,8 ປີກ່ອນຫັ້ນ ຢູ່ ໂຮງແຮມກໍ່ຍັງຫາຄົນເວົ້າພາສາອັງກິດຍາກຫຼາຍ ເມື່ອທຽບກັບນະຄອນຫຼວງ. ຕອນນັ້ນ ຜູ້ຂຽນສະຫຼຸບເອົາເອງວ່າ ເຫດຜົນ ແມ່ນຍ້ອນວ່າ ຄະນະພາສາອັງກິດຂອງມະຫາວິທະຍາໄລແຫ່ງຊາດນັ້ນ ມີແຕ່ຢູ່ ວຽງຈັນ. ແຕ່ ດຽວນີ້ ພະແນກແຜນການແຂວງຈຳປາສັກ ມີເວັບໄຊທ໌ທັງສະບັບພາສາລາວແລະອັງກິດແລ້ວ ທັງໆທີ່ທາງນະຄອນຫຼວງຍັງບໍ່ມີເທື່ອ, ອັນນີ້ຊິແມ່ນຍ້ອນ ເພິ່ນສ້າງມະຫາວິທະຍາໄລຂຶ້ນໃໝ່ຢູ່ຫັ້ນບໍ່ນໍ? ທີ່ຢູ່ເວັບໄຊທ໌ແມ່ນ http://www.dpichamp.gov.la/

Subscribe to:
Post Comments (Atom)
2 comments:
ເພີ່ມໃນ DMOZ ໃຫ້ແລ້ວເດີ້
ຂອບໃຈຫຼາຍໆ. ເປັນຕາດີໃຈທີ່ ເວັບໄຊທ໌ພາສາລາວ ຄ່ອຍໆມີຫຼາຍຂຶ້ນ. ຢ່າລືມ ເອົາລິ້ງຄ໌ໃໝ່ທາງເທິງ ເພິ່ມໃສ່ໃຫ້ແດ່ເດີ້ ເພາະ ຊິພະຍາຍາມ ຊອກມາ ລົງຢູ່ນີ້ໃຫ້ອີກເລື້ອຍໆ.
Post a Comment