5/19/2007

ກ່ຽວກັບ ທຶນການສຶກສາຕໍ່ຢູ່ຕ່າງປະເທດ ທີ່ ຄົນລາວສະໝັກໄດ້

ໄດ້ ສ້າງໝວດລິ້ງຄ໌ ໃໝ່ ຊື່ວ່າ "ທຶນການສຶກສາ ທີ່ ຄົນລາວສະໝັກໄດ້ " ແລະ ໄດ້ ກາງລິ້ງຄ໌ ຫາ http://www.getscholarship.net , ທ່ານໃດສົນໃຈ ເຂົ້າໄປຊອກເບິ່ງເອົາເດີ ບາງເທື່ອອາດຊິມີ ທຶນທີ່ເໝາະສົມກັບທ່ານ. ພິມຄຳວ່າ "laos" ໃສ່ ປ່ອງຢ້ຽມຄົ້ນຫາ ແລ້ວ ກໍ່ຈະເຫັນ ລາຍການບັນດາທຶນການສຶກສາ ທີ່ ລະບຸແຈ້ງວ່າ ຄົນລາວສາມາດສະໝັກໄດ້ (ຖ້າໄປຈາກລາຍການລິ້ໍງຄ໌ເບື້ອງຊ້າຍນັ້ນ ຜູ້ຂຽນໄດ້ບວກຄຳສັບນີ້ໄວ້ໃນລິ້ງຄ໌ແລ້ວ). ແນ່ນອນ ວ່າ ອັນທີ່ບໍ່ລະບຸແຈ້ງກໍ່ອາດຈະສາມາດສະໝັກໄດ້ເຊັ່ນກັນ ເພາະ ຕາມປະສົບການ ຂອງ ຜູ້ຂຽນນີ້ ຕິດຕໍ່ໄປແລ້ວ ເພິ່ນວ່າ ສະໝັກໄດ້ກໍ່ມີຫຼາຍເທື່ອ ແລະ ເຫດຜົນທີ່ເພິ່ນບໍ່ໄດ້ ລະບຸຊື່ປະເທດລາວໄວ້ ແຕ່ທຳອິດນັ້ນ ແມ່ນຍ້ອນ ບໍ່ຮູ້ຈັກປະເທດລາວຊື່ໆ ວ່າຊັ້ນ (ອັນນີ້ ເວົ້າແບບຍີ່ປຸ່ນ ເພີ່ນວ່າ "ຖາມໄດ້ຖາມເອົາ"). ຂໍ້ມູນຢູ່ເວັບໄຊທ໌ຂ້າງເທິງນີ້ ມີແຕ່ເປັນພາສາອັງກິດ ແຕ່ ສຳຫຼັບທ່ານ ທີ່ຢາກໄປສຶກສາຕໍ່ຢູ່ ຕ່າງປະເທດສ່ວນຫຼາຍ ກໍ່ຕ້ອງໄດ້ ພາສາອັງກິດ ບໍ່ຫຼາຍກໍ່ໜ້ອຍຢູ່ແລ້ວ ສະນັ້ນ ຄຶດວ່າ ຄືຊິບໍ່ມີບັນຫາເນາະ.

No comments: