5/29/2007

ຂໍ້ມູນ ໂຄງການໄຟຟ້ານໍ້າຕົກ ນໍ້າເທີນ 2

ປະຈຸບັນ ປະເທດລາວ ມີ ແຜນການສ້າງເຂື່ອນໄຟຟ້ານໍ້າຕົກ ຫຼາຍແຫ່ງ ແລະ ແນ່ນອນວ່າ ມັນກໍ່ຕ້ອງມີທັງ ຜົນໄດ້ ແລະ ຜົນເສຍ. ສິ່ງທີ່ສຳຄັນ ຄຶດວ່າ ແມ່ນ ຊິເຮັດແນວໃດຈຶ່ງຈະ ເສຍໜ້ອຍແຕ່ໃຫ້ໄດ້ຫຼາຍ. ທ່ານໃດສົນໃຈ ຢາກອ່ານເບິ່ງ ສະພາບ ຄວາມຄືບໜ້າ ຂອງ ໂຄງການໄຟຟ້ານໍ້າຕົກ ນໍ້າເທີນ 2​ ສາມາດເບິ່ງ ບົດລາຍເປັນ ພາສາລາວ ຢູ່ http://www.namtheun2.com/UpdateOctober06Lao.pdf. ສຳຫຼັບ ທ່ານ ທີ່ອ່ານພາສາອັງກິດໄດ້ ສາມາດຊອກເບິ່ງ ຂໍ້ມູນທີ່ໃໝ່ກວ່າໄດ້ ຢູ່ http://www.namtheun2.com/. ແນ່ນອນວ່າ ບໍລິສັດຜູ້ເຮັດເອງ ເພິ່ນກໍ່ຄືຊິເວົ້າແຕ່ອັນດີໆ ແຕ່ຟັງຈາກຫຼາຍໆທາງ ເພື່ອ ຊອກຫາຄຳຕອບທີ່ດີກວ່າ ຄືຊິບໍ່ມີຫຍັງເສຍເນາະ. (ສິ່ງທີ່ຜູ້ຂຽນບໍ່ພໍໃຈ ທີ່ສຸດດຽວນີ້ ແມ່ນ ໂຄງການຢູ່ລາວ ແຕ່ເປັນຫຍັງ ເວັບໄຊທ໌ ເກືອບວ່າມີແຕ່ພາສາອັງກິດ ຫຼືວ່າອັນນີ້ ບໍ່ແມ່ນ ເວັບໄຊທ໌ເປັນທາງການບໍ່ນໍ).

1 comment:

Phanomsinh said...

about links
All the links to electric power websites can be found at http://pnomsin.blogspot.com
and http://pnomsin.hollosite.com/links.htm

By the way, I have new website to show you. please visit www.pnomsin.com