5/29/2007

ການພັດທະນາມະນຸດ ຢູ່ ລາວ


ທຳມະດາ ມື້ໜຶ່ງບໍ່ຢາກຂຽນ ຫຼາຍບົດຄວາມ ແຕ່ ບັງເອີນຊອກເຫັນ ບົດລາຍງານໜ້າສົນໃຈຫຼາຍ ສະນັ້ນ ຂໍອະນຸຍາດແນະນຳ ມື້ນີ້ເລີຍ. ຜູ້ສົນໃຈເລື່ອງການພັດທະນາ ຄືຊິຮູ້ ຫຼື ເຄີຍໄດ້ຍິນ ກ່ຽວກັບ HDI (Human Developement Index) ຫຼື ດັດສະນີການພັດທະນາມະນຸດ ຢູ່ເນາະ. ສຳຫຼັບ ຜູ້ບໍ່ເຄີຍໄດ້ຍິນ ຂໍອະທິບາຍງ່າຍໆ ວ່າ ມັນແມ່ນ ການວັດແທກ ລະດັບການພັດທະນາ ຢູ່ ປະເທດໃດໜຶ່ງ ໂດຍ ສະເຫຼ່ຍ (1)ລະດັບອາຍຸຍືນ (ສຸຂະພາບ), (2)ອັດຕາເຂົ້າໂຮງຮຽນ (ການສຶກສາ) ແລະ (3)ລາຍໄດ້ ຂອງ ປະເທດ (ຫຼື ຂົງເຂດ)ໃດໜຶ່ງ. ທ່ານ ສາມາດອ່ານເບິ່ງ ສະພາບການປະຈຸບັນ ຢູ່ ລາວ ໄດ້ ຢູ່ http://www.undplao.org/whatwedo/bgresource/humandev/UNDP-NHDR06-Lao.pdf. ເພິ່ນຊິຂຽນເນັ້ນ ໃສ່ ຄວາມສຳຄັນ ຂອງ ການຄ້າສາກົນ(ລະຫວ່າງປະເທດ) ໃນ ການພັດທະນາ ແລະ ຖ້າ ທ່ານ ຜູ້ອ່ານຜູ້ໃດບໍ່ເຫັນດີ ຢາກໃຫ້ລອງ ຍົກຊື່ປະເທດ ຈັກ ປະເທດໜຶ່ງທີ່ ພັດທະນາ ໂດຍ ບໍ່ໄດ້ຄ້າກັບປະເທດໃດວ່າ ຊິມີບໍ່ເນາະ.

No comments: