5/25/2007

ການຄິດໄລ່ ໂດຍ ຈັກຄົ້ນຫາ ຂອງ ກູກໂກ້

ຫຼາຍ ທ່ານ ອາດຊິຮູ້ຢູ່ແລ້ວ ແຕ່ ຊິຂໍແນະນຳ ວິທີການຄິດໄລ່ທາງຄະນິດສາດ ໂດຍ ນຳໃຊ້ ຈັກຄົ້ນຫາຂອງ ກູກໂກ້ (http://www.google.com). ທ່ານ ສາມາດ ຊອກຫາ ຄຳຕອບ ເປັນໂຕເລກ ທາງ ຄະນິດສາດ ໂດຍ ການພິມໂດຍກົງໃສ່ ຈັກຄົ້ນຫາ ຂອງ ກູກໂກ້ ແລ້ວ ກົດເອັນເຕີ ໄດ້ ດັ່ງໃນຮູບ.





ເຄື່ອງໝາຍຄິດໄລ່ ຫຼັກ ມີ:
+ ບວກ 3+44
- ລົບ 13-5
* ຄູນ 7*8
/ ຫານ 12/3
^ ກຳລັງ 8^2
% ສ່ວນເສດຂອງຜົນຫານ 8%7
choose ທາງເລືອກ (ຕົວຢ່າງ X choose Y ຈະສະແດງຈຳນວນທາງເລືອກ
ເມື່ອທຳການ ເລືອກ Y ໂຕ ຈາກ X ໂຕ)
th root of ຮາກ (ຕົວຢ່າງ 2th root of 3 ຈະຄິດໄລ່ ຮາກຂັ້ນ 2 ຂອງ 3)
% of ເປີເຊັນ ຂອງ (ຕົວຢ່າງ 50 % of 200 ຈະຄິດໄລ່ 50 ເປີເຊັນ ຂອງ 200)
sqrt ຮາກຂັ້ນສອງ ເຊັ່ນ sqrt(9)
sin ຊິນ (ຫົວໜ່ວຍ ເປັນ ຣາດຽງ ເຊັ່ນ sin(pi/2)
ຖ້າຢາກຄິດໄລ່ ເປັນ ອົງສາ ຕ້ອງຕື່ມຄຳວ່າ degrees ເຊັ່ນ sin(90 degrees)
cos ກົສ (ຫົວໜ່ວຍ ເປັນ ຣາດຽງ)
tan ຕັງ
ln ລົກ ພື້ນ e ເຊັ່ນ ln(17)
log ລົກ ພື້ນ 10 ເຊັ່ນ log(1,000)
! ແຟັກໂຕຣຽນ

ນອກຈາກນີ້ ມັນຍັງສາມາດຄິດໄລ່ ເລກຖານ​2 , ຖານ 8, ຖານ 16 ໄດ້ອີກ. ລາຍລະອຽດ ສາມາດເບິ່ງໄດ້ ຢູ່
http://www.google.com/help/calculator.html.

No comments: