12/20/2006

ການແປແບບອັດຕະໂນມັດທາງອິນເຕີເນັດ

ເຄື່ອງມື ທີ່ສາມາດໃຊ້ໄດ້ຟຣີຢູ່ ອິນເຕີເນັດ ທີ່ຈະເອົາມາເວົ້າສູ່ມື້ນີ້ ແມ່ນ ການແປແບບອັດຕະໂນມັດ. ຢູ່ ອິນເຕີເນັດ ມີ ຫຼາຍໆເວັບໄຊ ຫຼື ໂຮມເພຈ໌ ທີ່ ຜູ້ໃຊ້ ສາມາດ ພິມປະໂຫຍກ ເປັນພາສາໜຶ່ງ ແລ້ວເລືອກ ໃຫ້ ມັນແປ ເປັນພາສາອື່ນ ແບບອັດຕະໂນມັດໄດ້. ແນ່ນອນວ່າ ມັນຈະບໍ່ແມ່ນ ການແປ ທີ່ມີຄວາມຊັດເຈນ 100 ເປີເຊັນ ແຕ່ ສຳລັບ ປະໂຫຍກງ່າຍໆສັ້ນໆ ຫຼື ຜູ້ທີ່ມີຄວາມຮູ້ ຕໍ່ກັບ ພາສາທີ່ຢາກທຳການແປນັ້ນ ໃນ ລະດັບໃດໜຶ່ງແລ້ວ ມັນກໍ່ອາດຈະເປັນ ເຄື່ອງມື ທີ່ໃຊ້ໄດ້ພໍສົມຄວນ. ຈະຂໍຍົກຕົວຢ່າງ ບາງ ເວັບໄຊ ທີ່ໃຫ້ ບໍລິການ ແປແບບອັດຕະໂນມັດນີ້ ເຊັ່ນ http://www.google.com/language_tools?hl=lo ທີ່ ມີຄຳອະທິບາຍ ເປັນພາສາລາວເລີຍ ຫຼື http://world.altavista.com/ ເປັນຕົ້ນ. ຫວັງວ່າ ຈະເປັນປະໂຫຍດ ແກ່ທ່ານຜູ້ອ່ານ ບໍ່ຫຼາຍກໍ່ໜ້ອຍ.

5 comments:

samakomlao said...

ແປເປັນໂຕໆຈະດີ ແຕ່ແປເປັນປະໂຍກແລ້ວ ຍັງບໍ່ທັນໄດ້ຕາມມາດຕະຖານ

vienglao said...

ຄວາມຊັດເຈນຈະສູງຂຶ້ນ ຖ້າໃຊ້ແປພາສາທີ່ ຄ້າຍຄືກັນ ເຊັ່ນ ອັງກິດ, ຝຣັ່ງ, ອິຕາລີ ແລະ ພາສາເອີຣົບອື່ນໆ. ສຳລັບການແປຈາກ ພາສາອາຊີ ເຊັ່ນ ພາສາຍີ່ປຸ່ນ ເປັນ ພາສາເກົາຫຼີ ທີ່ມີ ຫຼັກໄວຍະກອນ ຄ້າຍຄືກັນນັ້ນ ຈັກແປອັດຕະໂນມັດ ຂອງ ເສີດເອັນຈິນ (ຈັກຄົ້ນຫາ) ຍີ່ປຸ່ນ ເຊັ່ນ ຢູ່ http://honyaku.yahoo.co.jp/ ຈະເຮັດໄດ້ຢ່າງ ຊັດເຈນສົມຄວນ. ວິທີການເພື່ອ ຍົກຄວາມຊັດເຈນໃນການແປຂຶ້ນ ກໍ່ແມ່ນ ການ ພະຍາຍາມຂຽນປະໂຫຍກ ທີ່ ສັ້ນ (ເປັນໄປໄດ້ ບໍ່ເກີນ 3 ຫາ 4 ຄຳສັບ) ແລະ ງ່າຍດາຍທີ່ສຸດ. ເວົ້າງ່າຍ ຂ້າພະເຈົ້າ ໃຊ້ ບັນດາ ຈັກແປອັດຕະໂນມັດ ນີ້ ເພື່ອຮຽນພາສາ ໃໝ່ ທີ່ຄ້າຍຄຽງກັບ ພາສາທີ່ຕົນເອງຮູ້ແລ້ວ (ໃນເວລາຫວ່າງ).

Phanomsinh said...

ແລ້ວແປຈາກລາວເປັນອັງກິດກະໄດ້ຢູ່ບໍ ຊັດເຈນຊ່ຳໃດ
ບໍ່ເຄີຍລອງ ນະ

vienglao said...

ເປັນຕາເສຍດາຍຢູ່ ທີ່ປະຈຸບັນ ແປແບບອັດຕະໂນມັດ ຈາກ ອັງກິດ ເປັນພາສາລາວ ນີ້ ຍັງບໍ່ມີເທື່ອ. ສຳລັບ ຈາກ ອັງກິດ ເປັນໄທນັ້ນ ບໍ່ຮູ້ວ່າ ເຮັດໄດ້ຊໍ່າໃດ ຖ້າທ່ານ ສົນໃຈ ກໍ່ສາມາດ ທົດລອງໄດ້ ເຊັ່ນ ຢູ່ http:/www.suparsit.com/index1.php ຫຼື ເລືອກເບິ່ງວ່າ ມີຫຍັງໃຊ້ໄດ້ແດ່ ຢູ່ http://www.multilingualbooks.com/onlinedicts-thai.html .ບໍ່ມີໃຜສົນໃຈ ເຮັດລະບົບແປອັດຕະໂນມັດ ລະຫວ່າງ ພາສາລາວ ກັບ ໄທ ບໍ່ນໍ? ເພາະຄຶດວ່າ ຄືຊິບໍ່ຍາກປານໃດຊັ້ນດອກ...

vienglao said...

ຂໍໂທດ ລືມໄປວ່າ ແມ່ນ ຖາມກ່ຽວກັບ ແຕ່ ລາວ ເປັນ ອັງກິດ ບໍ່ແມ່ນ ອັງກິດ ເປັນ ລາວ. ຄັນຕອບ ໃນ ລັກສະນະດຽວກັນ ກໍ່ແມ່ນ ສຳລັບ ໄທເປັນອັງກິດນັ້ນ ເຫັນວ່າ ມີຢູ່ຄືກັນ ຢູ່ http://www.multilingualbooks.com/onlinedicts-thai.html