12/21/2006

ຂໍ້ມູນ,ບົດລາຍງານກ່ຽວກັບເສດຖະກິດລາວ ທີ່ ດາວໂຫຼດຟຣີໄດ້

ເນື່ອງຈາກວ່າ ສິ່ງພິມ ບໍ່ວ່າຈະກ່ຽວກັບດ້ານໃດ ຢູ່ ປະເທດລາວກໍ່ຍັງ ບໍ່ມີຫຼາຍເທົ່າທີ່ຄວນເທື່ອ ສະນັ້ນ ອິນເຕີເນັດ ອາດຈະເປັນ ແຫຼ່ງຂໍ້ມູນທີ່ສຳຄັນ ສຳລັບຜູ້ທີ່ສົນໃຈ ຢາກຄົ້ນຄ້ວາ ຫຼື ພຽງແຕ່ຢາກຊອກຮູ້ ບາງຂໍ້ມູນ ກ່ຽວກັບ ເສດຖະກິດ ຂອງ ປະເທດລາວນັ້ນໄດ້. ມື້ນີ້ ຂ້າພະເຈົ້າ ຈະແນະນຳ 2 ເວັບໄຊ ທີ່ ທ່ານສາມາດເບິ່ງ ແລະ ດາວໂຫລດ ສະຖິຕິ ລວມທັງ ບົດລາຍງານ ກ່ຽວກັບເສດຖະກິດລາວ ໂດຍບໍ່ເສຍຄ່າ. ອັນທີທຳອິດ ແມ່ນ ຢູ່ http://adb.org/Economics/ ຂອງ ທະນາຄານພັດທະນາອາຊີ . ຢູ່ນີ້ ຈະມີທັງ ບົດລາຍງານ ແລະ ສະຖິຕິທີ່ສາມາດດາວໂຫຼດໄດ້ ແຕ່ ອັນທີ່ໜ້າສົນໃຈກ່ວາໝູ່ ຄື ຊິແມ່ນ KI (Key Indicators ຫຼື ໂຕຊີ້ບອກຫຼັກ) ທີ່ ສາມາດເຂົ້າຫາໄດ້ ຈາກ ປຸ່ມ KI2006 ຢູ່ ເບື້ອງຊ້າຍ ຫຼື ຈາກ ລິ້ງນີ້. ອັນທີສອງ ແມ່ນ ບັນດາບົດລາຍງານ ຂອງ ກອງທຶນການເງິນສາກົນ (IMF) ຢູ່ http://www.imf.org/external/pubind.htm. ໃນນີ້ ອັນທີ່ໜ້າສົນໃຈ ທີ່ສຸດອັນໜຶ່ງ (ສອງອັນ?) ຄຶຊິແມ່ນ working paper (ບົດລາຍພວມຂຽນ) ແລະ country report (ບົດລາຍງາຍປະເທດ)ຢູ່ ເບື້ອງຂວາ ທາງລຸ່ມໜ້ອຍໜຶ່ງ. ທັງສອງນີ້ ແມ່ນ ສະຖາບັນການເງິນສາກົນ ທີ່ ໃຫ້ການ ຊ່ອຍເຫຼືອ, ປ່ອຍກູ້ຕໍ່ ປະເທດລາວເປັນຫຼາຍຮູບແບບ ໃນໄລຍະຜ່ານມາ, ສະນັ້ນ ຂໍ້ມູນທີ່ເຂົາເຈົ້າ ທຳການເປີດເຜີຍ ກໍ່ຄົງ ຈະອີງໃສ່ ສິ່ງທີ່ລັດຖະບານລາວ ສະໜອງໃຫ້ ບໍ່ຫຼາຍກໍ່ໜ້ອຍ. ແຕ່ ຢາກຂໍໃຫ້ທ່ານຜູ້ສົນໃຈ ນຳໃຊ້ມັນ ຢ່າງລະມັດລະວັງ ເພາະ ຂໍ້ມູນລັກສະນະແນວນີ້ ຂອງ ປະເທດພວມພັດທະນານັ້ນ ບໍ່ວ່າຊິແມ່ນ ຂອງປະເທດໃດ ກໍ່ຄືຊິບໍ່ຊັດເຈນປານໃດຄືກັນ. ອັນນີ້ ຄຶດວ່າບໍ່ແມ່ນ ແຕ່ບັນຫາວ່າ ຢາກເປີດເຜີຍຫຼືບໍ່ ເພາະເບິ່ງແລ້ວ ຫຼາຍໆປະເທດ ທີ່ພວມພັດທະນານັ້ນ ເຖິງຈະຢາກເກັບກຳໃຫ້ມັນຊັດເຈນ ກໍ່ຄົງຈະເຮັດໄດ້ຍາກ.

No comments: