11/30/2006

ຫຼັກສູດເປີດ (OCW)

ດັ່ງທີ່ຮູ້ກັນຢູ່ແລ້ວວ່າ ອິນເຕີເນັດ ປຽບເໝືອນ ມະຫາສະໝຸດແຫ່ງ ຂໍ້ມູນຂ່າວສານ. ແນ່ນອນວ່າ ມັນມີຫຼາຍໆສິ່ງທີ່ ຜູ້ອ່ານ ຈະສາມາດຮຽນຮູ້ໄດ້ ຈາກ ການທ່ອງເວັບ ແຕ່ ສິ່ງທີ່ ຂ້າພະເຈົ້າ ຈະນຳມາສະເໜີ ໃນມື້ນີ້ ໂດຍທີ່ ຄຶດວ່າ ມັນຄົງຈະ ເປັນປະໂຫຍດ ບໍ່ຫຼາຍກໍໜ້ອຍ ສຳລັບ ບັນດາ ນັກສຶກສາ ແລະ ຜູ້ໄຝ່ຮູ້ ທັງຫຼາຍ ແມ່ນ Open Courseware (OCW) ທີ່ອາດຈະແປ ເປັນພາສາລາວ ໄດ້ວ່າ ຫຼັກສູດເປີດ. ຫຼັກສູດເປີດ ນີ້ ແມ່ນ ຂະບວນການທີ່ ບັນດາມະຫາວິທະຍາໄລ ໃນໂລກ ທຳການເປີດເຜີຍ ເນື້ອໃນ ການສອນ ຢູ່ ໂຮງຮຽນຕົນເອງ ຕໍ່ ສາທາລະນະ ໂດຍຜ່ານ ທາງອິນເຕີເນັດ. ເນື້ອໃນການສອນ ທີ່ ຜູ້ທ່ອງເວັບ ຈະສາມາດ ເຂົ້າຫາໄດ້ນັ້ນ ຈະແຕກຕ່າງກັນໄປຕາມ ມະຫາວິທະຍາໄລ ເຊິ່ງຈະ ລວມມີ ແຕ່ ເອກະສານ ທີ່ແຈກຢາຍ ໃນຊົ່ວໂມງສອນ, ບັນທຶກສຽງ ບັນທຶກພາບ ການສິດສອນ ຮອດ ສິ່ງອື່ນໆ ທີ່ກ່ຽວຂ້ອງກັບ ການສິດສອນຕົວຈິງ. ສຳລັບ ທ່ານ ທີ່ສົນໃຈ ສາມາດ ເລີ່ມຈາກ http://www.ocwconsortium.org/ ບ່ອນທີ່ ທ່ານຈະສາມາດ ໄປຕໍ່ຫາ ໜ້າ OCW ຂອງ ບັນດາ ມະຫາວິທະຍາໄລ ທີ່ ມີຊື່ສຽງໃນໂລກໄດ້.

No comments: