11/25/2006

ການຊື້ປຶ້ມທາງອິນເຕີເນັດ

ປະຈຸບັນ ການຊື້ ປຶ້ມ, ຊີດີເພງ ໜັງ ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທາງອິນເຕີເນັດ ແມ່ນ ສິ່ງທີ່ ແຜ່ຫຼາຍແລ້ວ ຢູ່ ປະເທດ ທີ່ພັດທະນາ ທາງດ້ານອິນເຕີເນັດ ເຊັ່ນ ອາເມລິກາ, ຍີ່ປຸ່ນ ແລະ ສະຫະພາບເອີຣົບ. ສຳລັບ ການຊື້ປຶ້ມ, ເວັບໄຊ ຂາຍປຶ້ມ ທາງອິນເຕີເນັດ ທີ່ມີຊື່ສຽງທີ່ສຸດ ຄົງຈະແມ່ນ ຢູ່ http://www.amazon.com . ຢູ່ ອາມາຊອນ ນອກຈາກ ຈະສາມາດ ສັ່ງຊື້ປຶ້ມ ແລະ ສິນຄ້າໃໝ່ອື່ນໆໄດ້ ທ່ານ ຍັງສາມາດ ໂຄສະນາ ຂາຍ ປຶ້ມ, ສິນຄ້າເກົ່າ ທີ່ທ່ານໃຊ້ແລ້ວ ໄດ້ອີກ. ແຕ່ ທ່ານ ຕ້ອງມີ ບັດເຄຣດິດ ຈຶ່ງຈະສາມາດສັ່ງຊື້ ປຶ້ມ ແລະ ສິນຄ້າອື່ນໆ ຈາກ ອາມາຊອນ ຢ່າງສະດວກ.

ຢູ່ ລາວ ທ່ານ ສາມາດເຮັດ ບັດເຄຣດິດໄດ້ ຢູ່ ທະນາຄານຕ່າງໆ ເຊັ່ນ ທະນາຄານຮ່ວມພັດທະນາ (Joint Development Bank) , ທະນາຄານພັບບລິກ (Plublic Bank) ເປັນຕົ້ນ.

No comments: