(1) http://www.google.com
(2) http://www.yahoo.com
(3) ແລະອື່ນໆ
ໃນນີ້ ຈັກຄົ້ນຫາ ທີ່ສາມາດຊອກຫາ ຂໍ້ມູນ ເປັນພາສາລາວ ໄດ້ນັ້ນ ປະຈຸບັນ ຄົງຈະມີແຕ່ google ທີ່ ເຮັດວຽກ ໃນລະດັບ ພໍໃຊ້ໄດ້ ໃນຕົວຈິງ. ວິທີການຊອກຫາຂໍ້ມູນ ເປັນພາສາລາວ ນັ້ນ ທ່ານ ສາມາດ ພິມຄຳສັບ ພາສາລາວ ໃສ່ ຊ່ອງ ຄຳສັບ ແລ້ວ ກົດປຸ່ມ search (ຊອກຫາ) ຢູ່ google.com ທີ່ມີຄຳອະທິບາຍສະແດງ ເປັນພາສາໃດກໍໄດ້ ດັ່ງລຸ່ມນີ້
ຄຳອະທິບາຍສະແດງ ສາມາດ ປ່ຽນໃຫ້ເປັນຫຼາຍໆ ພາສາ ໄດ້ ໂດຍ ກົດ ເຄື່ອງມືທາງດ້ານພາສາ ແລ້ວ ເລືອກຕັ້ງ ຄ່າ ຕາມທາງເລືອກ ທີ່ ມີໄວ້ໃຫ້. ຢ່າລືມວ່າ ທ່ານຕ້ອງຕັ້ງ font code ຂອງທ່ານ ໃຫ້ເປັນ unicode ເພື່ອໃຫ້ສາມາດ ຊອກຫາຂໍ້ມູນ ເປັນ ພາສາລາວ ຢ່າງຖືກຕ້ອງ.ວິທີການຕັ້ງ font code ໃຫ້ເປັນ unicode ສຳລັບ ຜູ້ທີ່ໃຊ້ LSWIN ໃນການພິມພາສາລາວ ແມ່ນ ກົດປຸ່ມເບື້ອງຂວາ ຂອງ ເມົາສ໌ (mouse) ເລື່ອນໄປເລືອກ font codes ແລ້ວ ເລື່ອນໄປເລືອກ unicode ດັ່ງລຸ່ມນີ້
ແລ້ວ ເລືອກໃຊ້ font ທີ່ ລົງທ້າຍດ້ວຍ unicode ຫຼື OT ໃດກໍ່ໄດ້.
No comments:
Post a Comment