6/01/2007

ຈົດໝາຍເຫດ ຂອງ ໂຄງການໂຟຄອມ



ມື້ນີ້ ກໍ່ບໍ່ມີຫຍັງຫຼາຍ, ຊອກເຫັນ ສິ່ງພິມເປັນພາສາລາວ ຢູ່ ເທິງເນັດ ແລ້ວ ກໍ່ຢາກແນະນຳ ມັນຕໍ່ ໃຫ້ ທ່ານຜູ້ອ່ານ ຕາມເຄີຍ. ໂຄງການຄຸ້ມຄອງປ່າໄມ້ ແລະ ສົ່ງເສີມຊາວບ້ານ (ໂຟຄອມ) ເພິ່ນ ຈັດພິມ ຈົດໝາຍເຫດເປັນພາສາລາວ (ຕາມເບິ່ງຄືຊິແມ່ນ ແປຈາກພາສາຍີ່ປຸ່ນ ເພາະ ສະບັບພາສາຍີ່ປຸ່ນ ມີ ຮອດ ຕົ້ນປີ 2007 ແລ້ວ ແຕ່ ພາສາລາວ ຫາກໍ່ຊິຮອດ ຕົ້ນປີ 2006) ເປັນ ໄລຍະ ທ່ານ ໃດສົນໃຈ ສາມາດເຂົ້າໄປ ເບິ່ງໄດ້ ທີ່ http://forcom-laos.sakura.ne.jp/newsletter-en.htm. ສະບັບພາສາລາວ ຫຼ້າສຸດ ຂອງ ເພິ່ນ ແມ່ນ http://forcom-laos.sakura.ne.jp/NEWS_LETTER_VOL14L.pdf.

5/29/2007

ການພັດທະນາມະນຸດ ຢູ່ ລາວ


ທຳມະດາ ມື້ໜຶ່ງບໍ່ຢາກຂຽນ ຫຼາຍບົດຄວາມ ແຕ່ ບັງເອີນຊອກເຫັນ ບົດລາຍງານໜ້າສົນໃຈຫຼາຍ ສະນັ້ນ ຂໍອະນຸຍາດແນະນຳ ມື້ນີ້ເລີຍ. ຜູ້ສົນໃຈເລື່ອງການພັດທະນາ ຄືຊິຮູ້ ຫຼື ເຄີຍໄດ້ຍິນ ກ່ຽວກັບ HDI (Human Developement Index) ຫຼື ດັດສະນີການພັດທະນາມະນຸດ ຢູ່ເນາະ. ສຳຫຼັບ ຜູ້ບໍ່ເຄີຍໄດ້ຍິນ ຂໍອະທິບາຍງ່າຍໆ ວ່າ ມັນແມ່ນ ການວັດແທກ ລະດັບການພັດທະນາ ຢູ່ ປະເທດໃດໜຶ່ງ ໂດຍ ສະເຫຼ່ຍ (1)ລະດັບອາຍຸຍືນ (ສຸຂະພາບ), (2)ອັດຕາເຂົ້າໂຮງຮຽນ (ການສຶກສາ) ແລະ (3)ລາຍໄດ້ ຂອງ ປະເທດ (ຫຼື ຂົງເຂດ)ໃດໜຶ່ງ. ທ່ານ ສາມາດອ່ານເບິ່ງ ສະພາບການປະຈຸບັນ ຢູ່ ລາວ ໄດ້ ຢູ່ http://www.undplao.org/whatwedo/bgresource/humandev/UNDP-NHDR06-Lao.pdf. ເພິ່ນຊິຂຽນເນັ້ນ ໃສ່ ຄວາມສຳຄັນ ຂອງ ການຄ້າສາກົນ(ລະຫວ່າງປະເທດ) ໃນ ການພັດທະນາ ແລະ ຖ້າ ທ່ານ ຜູ້ອ່ານຜູ້ໃດບໍ່ເຫັນດີ ຢາກໃຫ້ລອງ ຍົກຊື່ປະເທດ ຈັກ ປະເທດໜຶ່ງທີ່ ພັດທະນາ ໂດຍ ບໍ່ໄດ້ຄ້າກັບປະເທດໃດວ່າ ຊິມີບໍ່ເນາະ.

ຂໍ້ມູນ ໂຄງການໄຟຟ້ານໍ້າຕົກ ນໍ້າເທີນ 2

ປະຈຸບັນ ປະເທດລາວ ມີ ແຜນການສ້າງເຂື່ອນໄຟຟ້ານໍ້າຕົກ ຫຼາຍແຫ່ງ ແລະ ແນ່ນອນວ່າ ມັນກໍ່ຕ້ອງມີທັງ ຜົນໄດ້ ແລະ ຜົນເສຍ. ສິ່ງທີ່ສຳຄັນ ຄຶດວ່າ ແມ່ນ ຊິເຮັດແນວໃດຈຶ່ງຈະ ເສຍໜ້ອຍແຕ່ໃຫ້ໄດ້ຫຼາຍ. ທ່ານໃດສົນໃຈ ຢາກອ່ານເບິ່ງ ສະພາບ ຄວາມຄືບໜ້າ ຂອງ ໂຄງການໄຟຟ້ານໍ້າຕົກ ນໍ້າເທີນ 2​ ສາມາດເບິ່ງ ບົດລາຍເປັນ ພາສາລາວ ຢູ່ http://www.namtheun2.com/UpdateOctober06Lao.pdf. ສຳຫຼັບ ທ່ານ ທີ່ອ່ານພາສາອັງກິດໄດ້ ສາມາດຊອກເບິ່ງ ຂໍ້ມູນທີ່ໃໝ່ກວ່າໄດ້ ຢູ່ http://www.namtheun2.com/. ແນ່ນອນວ່າ ບໍລິສັດຜູ້ເຮັດເອງ ເພິ່ນກໍ່ຄືຊິເວົ້າແຕ່ອັນດີໆ ແຕ່ຟັງຈາກຫຼາຍໆທາງ ເພື່ອ ຊອກຫາຄຳຕອບທີ່ດີກວ່າ ຄືຊິບໍ່ມີຫຍັງເສຍເນາະ. (ສິ່ງທີ່ຜູ້ຂຽນບໍ່ພໍໃຈ ທີ່ສຸດດຽວນີ້ ແມ່ນ ໂຄງການຢູ່ລາວ ແຕ່ເປັນຫຍັງ ເວັບໄຊທ໌ ເກືອບວ່າມີແຕ່ພາສາອັງກິດ ຫຼືວ່າອັນນີ້ ບໍ່ແມ່ນ ເວັບໄຊທ໌ເປັນທາງການບໍ່ນໍ).