7/13/2007

ຮຽນພາສາອັງກິດ ນຳ ລາຍການ Special English ຂອງ ວິທະຍຸສຽງອາເມລິກາ

ຫຼາຍທ່ານ ທີ່ເຄີຍຮຽນພາສາຕ່າງປະເທດ ຄືຊິເຄີຍຮູ້ສຶກວ່າ ພາສາຕ່າງປະເທດນີ້​ ບາງເທື່ອເຖິງວ່າ ເພິ່ນເວົ້າແຕ່ຄຳສັບທີ່ຕົນເອງຮູ້ຢູ່ ແຕ່ກໍ່ຍັງເຂົ້າໃຈຍາກ ເພາະຟັງບໍ່ທັນ ຫຼື ຟັງບໍ່ອອກ. ລາຍການ Special English ນີ້, ເພິ່ນຊິອ່ານຂ່າວ ພາສາອັງກິດທີ່ເລືອກໃຊ້ແຕ່ຄຳສັບງ່າຍໆ ແບບຊ້າໆ. ຜູ້ຂຽນຄຶດວ່າ ມີປະໂຫຍດຫຼາຍໆ ສຳຫຼັບ ທ່ານທີ່ຮຽນພາສາອັງກິດໃໝ່ ແລະ ທ່ານທີ່ສົນໃຈຢາກຮຽນຮູ້ພາສາອັງກິດແບບທາງການ (ທີ່ໂດຍທົ່ວໄປ ຈະມີປະໂຫຍດກວ່າ). ສຳຫຼັບ ຜູ້ຂຽນແມ່ນມີປະໂຫຍດຫຼາຍ ໃນເວລາເລີ່ມຮຽນພາສາອັງກິດ ຕອນຫາກໍ່ຮຽນຈົບອຸດົມ ແຕ່ ເກືອບ 20​ ປີກ່ອນພຸ້ນ. ດາວໂຫຼດລາຍການເພິ່ນໄວ້ຟັງ ໃນ ipod ຫຼື ເຄື່ອງສຽງຕິດໂຕອື່ນໆ ກໍ່ຄືຊິດີຄືກັນ. ເວັບໄຊທ໌ເພິ່ນແມ່ນ http://www.voanews.com/specialenglish/

2 comments:

Laobeginner said...

ເມື່ອຫລາຍປີກ່ອນ ຂ້ອຍກໍ່ມັກຟັງ ເພາະຕອນນັ້ນກໍ່ພວມຊ້ອມພາສາ
ຟັງຈາກວິທະຍຸ ລະບົບ AM
ເພາະຕອນນັ້ນ ຍັງບໍ່ທັນມີ internet

vienglao said...

ແມ່ນແທ້ເນາະ,ຕອນນັ້ນຫັ້ນ ໂທລະທັດພາສາຕ່າງປະເທດນັ້ນ ທີ່ເບິ່ງໄດ້ກໍ່ເກືອບວ່າ ມີແຕ່ພາສາໄທ, ໂອກາດສຳຜັດກັບພາສາຕ່າງປະເທດອື່ນ ເຊັ່ນພາສາອັງກິດ ສ່ວນຫຼາຍກໍ່ມີແຕ່ ຜ່ານວິທະຍຸຄື້ນສັ້ນ...