6/13/2007

ລິ້ງຄ໌ໃໝ່

ຂໍອະນຸຍາດ ສະເໜີບາງ ລິ້ງຄ໌ໃໝ່ ທີ່ໄດ້ກາງໃໝ່ ໃນ ໄລຍະຫຼັງນີ້. (ອັນທີ່ ບຶດຕໍ່ບຶດຂາດ ແມ່ນ ຂໍຂ້າມກ່ອນ ເທື່ອນີ້)

ເວັບໄຊທ໌ ຂອງ ທ່ານ ຂຽວ ຮອສ ຢູ່ ມະຫາວິທະຍາໄລນອຣເທີນອິລີນອຍ. ມີຂໍ້ມູນກ່ຽວກັບລາວ, ພາສາລາວ, ລິ້ງຄ໌ລາວ ແລະ ອື່ນໆ. ຈຸດແຕກຕ່າງ ກັບ ເວັບໄຊທ໌ ອື່ນ ແມ່ນ ມີ ປ່ອງຢ້ຽມນ້ອຍແປຄຳສັບລາວ ເປັນ ພາສາອັງກິດ ເຊິ່ງຄຶດວ່າ ມີປະໂຫຍດ ສຳຫຼັບ ທ່ານ ທີ່ພວມຮຽນພາສາລາວ.
http://www.niu.edu/~ggreen/patoulao/welcome.htm

ເວັບໄຊທ໌ ຂອງ ບໍລິສັດ ເນັດເວີກໂຊລູຊັ້ນເຊີວີສ. ຈຸດພິເສດ ແມ່ນ ມີເນື້ອໃນ ເປັນ ຝຣັ່ງ ອີກ. ອັນນີ້ ຄືຊິມີປະໂຫຍດ ສຳຫຼັບ ທ່ານ ທີ່ ສົນໃຈພາສາຝຣັ່ງ ອີກ. ເບິ່ງຈາກ ການສ້າງແລ້ວ ຄວາມສາມາດ ດ້ານ ໄອທີ ຂອງ ເພິ່ນ ກໍ່ຄືຊິສູງຄືກັນ.
http://www.nsslaos.com/nss_lao/index.php

ເວັບໄຊທ໌ສົ່ງເສີມສຸຂະພາບແຫ່ງຊາດ. ເຫັນເພິ່ນອອກຂ່າວ ຢູ່ ໜັງສືພິມພາສາລາວ ຢູ່ວ່າ ໄດ້ເປີດຢ່າງເປັນທາງການແລ້ວ. ຢາກໃຫ້ ຫຼາຍໆຄົນ, ຫຼາຍໆອົງການເປີດເວັບໄຊທ໌ ຫຼາຍໆຂຶ້ນຕື່ມອີກແດ່ ພາສາລາວ ຈັ່ງຊິພັດທະນາ. ປະເທດອື່ນນີ້​ ເພິ່ນໄດ້ ພັດທະນາສິ່ງພິມເປັນເຈ້ຍ ກ່ອນ ແລ້ວຈຶ່ງ ປ່ຽນມານຳໃຊ້ເວັບ, ແຕ່ ພາສາລາວນີ້ ບາງເທື່ອ ຊິຂ້າມເຈ້ຍ ຫາ ເວັບເລີຍ ກະບໍ່ຮູ້ເນາະ. ເບິ່ງຈາກ ໝາຍເຫດ ຂ້າງລຸ່ມ ເຫັນວ່າ ເວັບໄຊທ໌ນີ້ ບໍລິການສ້າງໂດຍ ບໍລິສັດ cyberia ເຊັ່ນດຽວກັນ ກັບ ເວັບໄຊທ໌ ຂອງ ບໍລິສັດເບຍລາວ. ເບິ່ງໂດຍທົ່ວໄປແລ້ວ ເຫັນວ່າ ໄວໄຊທ໌ ໂດຍ ໄຊເບີເຣຍ ນີ້ ມີຄວາມສົມບູນສູງເນາະ.
http://www.health.gov.la/index_lao.php

3 comments:

Anonymous said...

ລິງກ໌ດີ ໆ ມາອີກແລ້ວ
ຂອບໃຈຫລາຍ ໆ​ ເດີ້ :)

vienglao said...

ຂອບໃຈຫຼາຍໆ ສຳຫຼັບ ຄອມເມັນທ໌ ຕາມເຄີຍ. ແຕ່ ຍອມຮັບວ່າ ທ່ານ Au8ust ນີ້​ ຄົນດັງອີ່ຫຼີ ເພາະ ຄົ້ນເບິ່ງ ເວັບໄຊທ໌ໃດກໍ່ເກືອບ ວ່າ ເຫັນໝົດ!!

Anonymous said...

ໂອຍ ບໍ່ປານນັ້ນດອກ - -"

ຕ້ອງທ່ານໂອ້ດພູ້ນຂອງແທ້ ອິອິ