
ຊິເຫັນວ່າ ມີ ຄົນຂຽນແບບນີ້ຫຼາຍ ແລະ ຄວາມເປັນໄປໄດ້ທີ່ ການຂຽນແບບນີ້ ຊິບໍ່ຜິດ ກໍ່ແນ່ນອນ ຕ້ອງສູງ. ຕໍ່ໄປ ຖ້າ ທ່ານ ລອງ ເບິ່ງກໍລະນີ ຂຽນ ແບບ "I to want study" ຜົນກໍ່ອາດຈະປະກົດອອກ ດັ່ງລຸ່ມນີ້. ຊິເຫັນວ່າ ມີ ແຕ່ 3 ຄົນ (ກໍລະນີ) ຂຽນແນວນີ້. ແນ່ນອນ ຄວາມເປັນໄປໄດ້ທີ່ ມັນຊິຜິດກໍ່ຕ້ອງສູງ.

ຂໍ້ມູນສ່ວນຫຼາຍ ຢູ່ ອິນເຕີເນັດ ກໍ່ແມ່ນ ຂໍ້ມູນເປັນໂຕໜັງສື ແລະ ເວົ້າໄປແລ້ວ ມັນກໍ່ແມ່ນ ປະໂຫຍກ ທີ່ ອາດຊິຖືກ ຫຼື ຜິດ ທີ່ ຂຽນ ໂດຍ ຄົນເປັນລ້ານໆ. ສະນັ້ນ ການຊອກເບິ່ງວ່າ ຜູ້ອື່ນ ຂຽນ ແນວໃດ ກໍ່ແມ່ນ ວິທີການ ກວດເບິ່ງວ່າ ການຂຽນແບບໃດໜຶ່ງອາດຈະຖືກຕ້ອງຫຼືບໍ່ໄດ້. ແນ່ນອນວ່າ ວິທີດັ່ງກ່າວນີ້ ຍັງໃຊ້ໄດ້ຍາກ ໃນ ກໍລະນີພາສາລາວ, ເພາະຍັງມີຄົນຂຽນເປັນພາສາລາວໜ້ອຍຢູ່, ແຕ່ ຕາມທີ່ຂ້າພະເຈົ້າ ກວດເບິ່ງແລ້ວ ພາສາທີ່ມີຄົນໃຊ້ໃນ ອິນເຕີເນັດຫຼາຍ ເຊັ່ນ ພາສາອັງກິດ, ພາສາຍີ່ປຸ່ນ ແມ່ນ ມີປະໂຫຍດຫຼາຍ.
No comments:
Post a Comment