3/09/2007

ວາລະສານ ຈູດປະກາຍ

ວາລະສານພາສາລາວ ນີ້ ຫາອ່ານຍາກແທ້ໆ, ບໍ່ວ່າຊິແມ່ນ ແນວເປັນເຈ້ຍ ຫຼື ເທິງເວັບ. ມື້ນີ້ຂໍອະນຸຍາດ ແນະນຳ ວາລະສານພາສາລາວ ຊື່ ວ່າ "ຈູດປະກາຍ"(ຂໍໃຊ້ຄຳວ່າ "ຈູດ"ເພາະ ເຂົ້າໃຈວ່າ ຄຳວ່າ "ຈຸດ"ແມ່ນ ພາສາໄທ ໃນຄວາມໝາຍນີ້ ) ຈັດພິມໂດຍ ຢູເອັນດີພີ (UNDP)ປະຈຳລາວ ແລະ ມີເນື້ອໃນ ທີ່ ເນັ້ນໃສ່ ການພັດທະນາເປັນຫຼັກ. ທ່ານ ສາມາດເຂົ້າຫາ ວາລະສານດັ່ງກ່າວນີ້ ໄດ້ ຢູ່ http://www.undplao.org/newsroom/juthpakai.php ແລ້ວເລືອກເອົາ ລິ້ງຄ໌ ທີ່ວ່າ "Lao". ຂ້າງລຸ່ມນີ້ ແມ່ນ ໜ້າປົກ ຂອງ ສະບັບຫຼ້າສຸດ ຂອງເພິ່ນ. ທ່ານໃດມີຄວາມຮູ້ ຫຼື ສົນໃຈບັນຫາການພັດທະນາ ຢູ່ ລາວ ກໍ່ ຢ່າລືມ ຊອກເວລາ ສົ່ງບົດຄວາມໃຫ້ເພິ່ນແດ່ເດີ້.

1 comment:

Anonymous said...

ຫາກໍ່ເຄີຍເຫັນ ຂອບໃຈທີ່ແນະນຳເດີ້! ຊິຫາໂອກາດແວະໄປອ່ານ ;)