3/07/2007

ການຊອກປຶ້ມ ທີ່ ສາມາດເບິ່ງເນື້ອໃນ ສ່ວນໜຶ່ງ ຫຼື ທັງໝົດໄດ້ກ່ອນ

ອັນນີ້ ບໍ່ແມ່ນວ່າ ສ້າງບລັອກ ຢູ່ ກູກໂກ້ ແລ້ວ ຊິໂຄສະນາ ແຕ່ ການບໍລິການ ຂອງ ກູກໂກ້ ແຕ່ ຂ້າພະເຈົ້າ ຄຶດວ່າ ການບໍລິການຟຣີ (ສຳຫຼັບຜູ້ໃຊ້ຊື່ໆເນາະ ເພາະ ເພິ່ນຫາລາຍໄດ້ທາງອື່ນເປັນຫຼັກ) ມີຫຼາຍອັນ ທີ່ ເປັນປະໂຫຍດ ແລະ ໜ້າສົນໃຈແທ້. ມື້ນີ້​ ຂໍຍົກ ການຄົ້ນຫາ ປຶ້ມ ຢູ່ google book search. ສິ່ງທີ່ ມັນແຕກຕ່າງກັບ ການຊອກປຶ້ມ ຢູ່ ເວບໄຊທີ່ ຂາຍປຶ້ມອອນລາຍ ໃຫຍ່ໆ ເຊັ່ນ ອາມາຊອນ ແລະອື່ນໆ​ ແມ່ນ ຢູ່ ບ່ອນອື່ນ ເວົ້າງ່າຍໆ ສ່ວນຫຼາຍ ຊິແມ່ນ ການຊອກຫາ "ຊື່" ຂອງ ປຶ້ມເທົ່ານັ້ນ, ແຕ່ ຢູ່ ກູກໂກ້ບຸກເສີດ ນີ້​ ມັນຈະຊອກ ທັງ "ຊື່" ແລະ "ເນື້ອໃນ" ຂອງ ປຶ້ມໄດ້ເລີຍ. ອັນນີ້ ມີ ປະໂຫຍດຫຼາຍ ຢູ່ ບ່ອນວ່າ ຊິສາມາດຮູ້ໄດ້ ກ່ອນວ່າ ປຶ້ມທີ່ຊິຊື້ນັ້ນ ມີ ເນື້ອໃນທີ່ທ່ານ ຊອກຫາແທ້ຫຼືບໍ່. ສຸພາສິດພາສາອັງກິດ ເພີ່ນກໍ່ຍັງວ່າ "ຢ່າຕີລາຄາ ປຶ້ມຕາມໜ້າປົກມັນ", ຂ້າພະເຈົ້າຄຶດວ່າ ຄືຊິແມ່ນຄວາມເພິ່ນແທ້ ເພາະ ມາຮອດດຽວນີ້ ປະສົບການ ທີ່ວ່າ ເຫັນ ໜ້າປົກງາມ ແຕ່ ບາດ ຊື້ມາອ່ານແລ້ວ ຂຽນເລື້ອງທີ່ຕົນເອງຢາກຮູ້ໜ້ອຍດຽວນັ້ນ ນັບບໍ່ຖ້ວນ.
ທ່ານ ສາມາດເລືອກ ຊອກຫາສະເພາະ ປຶ້ມ ທີ່ສາມາດເບິ່ງເນື້ອໃນທັງໝົດ ອອນລາຍໄດ້ເລີຍ ຫຼື ລວມທັງປຶ້ມ ເບິ່ງໄດ້ແຕ່ສ່ວນໜຶ່ງໄດ້ ດັ່ງໃນຮູບ.



ຂ້າ ພະເຈົ້າ ລອງ ຊອກຄຳວ່າ "phoumi" ເບິ່ງ ແລະ ຕົກໃຈຫຼາຍ ທີ່ ມີຮອດປຶ້ມ ທີ່ ຂຽນເປັນພາສາລາວ ເຊັ່ນ



ແລະ ບໍ່ພໍເທົ່ານັ້ນ ເມື່ອ ເບິ່ງ ຜົນການຊອກ ຂອງ ປຶ້ມທີ່ເປັນພາສາອັງກິດ ແລ້ວ ເພິ່ນມີຮອດ ແຜນທີ່ ຂອງ ສະຖານທີ່ ທີ່ ມີການເວົ້າເຖິງ ໃນປຶ້ມໃຫ້ອີກ!! ທ່ານ ສາມາດ ເຂົ້າຫາ googl book search ໄດ້ ຢູ່ http://books.google.com/ ຫວັງວ່າ ຊິເປັນປະໂຫຍດ ຕໍ່ ທ່ານຜູ້ອ່ານບໍ່ຫຼາຍ ກໍ່ໜ້ອຍ.

No comments: