3/05/2007

ການຊອກ ນໍ້າເບີໂທລະສັບ ຢູ່ ລາວ

ຄວາມຈິງກໍ່ຢາກສະເໜີແຕ່ ເວັບໄຊທ໌ ທີ່ຂຽນເປັນພາສາລາວ ແຕ່ ມື້ນີ້ ຂໍອະນຸຍາດ ແນະນຳອັນທີ່ຂຽນເປັນ ພາສາອັງກິດ ເພາະ ຄຶດວ່າມັນຄົງຊິມີປະໂຫຍດ ກັບ ຫຼາຍໆທ່ານ. ບໍ່ແນ່ໃຈຄືກັນວ່າ ມັນແມ່ນ ເວັບໄຊທ໌ ເປັນທາງການ ຂອງ ປຶ້ມໜ້າຄຳ (ຕາມທີ່ເອີ້ນກັນຢູ່ລາວ) ແທ້ຫຼືບໍ່ ແຕ່ ທ່ານ ສາມາດຄົ້ນຫາ ເບີໂທລະສັບ ຕ່າງໆ ຢູ່ ລາວໃນ ເວັບໄຊທ໌ http://www.laoyp.com/ ນີ້ໄດ້.

3 comments:

Anonymous said...

ໂອ້ ... ອັນນີ້ຫນ້າສົນໃຈ ເພາະວ່າແຖວບ້ານຂ້ອຍ ເຂົາບໍ່ມາສົ່ງດົນແລ້ວ ຫນ້າເຫລືອງຫັ້ນ ;)

fakhak said...

ຕອ້ງການຊອກຫາສະຖານທູດຕ່າງປະເທດປະຈຳລາວ ເຮັດໄດ້ແນວໃດ, ຊອກຍາກຫລາຍນະ ໃນປື້ມຫນ້າຄຳກໍ່ຊອກບໍ່ເຫັນ

vienglao said...

ຂຽນຄຳວ່າ embassy ໃສ່, ກົດປຸ່ມ search ແລ້ວກະຊິເຫັນ ເບີໂທລະສັບ ບັນດາສະຖານທູດ ລຽນຕາມ ຊື່ເປັນພາສາອັງກິດ.