2/15/2007

ສ້າງເອກະສານແບບ ເວີດ (Word) ຫຼື ເອັກເຊລ (Excel) ໂດຍ ບໍ່ຕ້ອງ ຊື້ ໄມໂຄຣຊອຟອອຟຟິສ (Microsoft Office) ກໍ່ໄດ້!!

ມື້ນີ້​ ຊິຂໍສະເໜີ ບໍລິການຟຣີ ອີກອັນໜຶ່ງ ຂອງ ກູກໂກ້ (google). ຄຶດວ່າ ເກືອບທຸກໆທ່ານ ທີ່ ໃຊ້ຄອມພິວເຕີ ເປັນປະຈຳ ຄົງ ຈະຊິນເຄີຍ ກັບ ການໃຊ້ ເວີດ ຫຼື ເອກເຊລ ຂອງ ໄມໂຄຣຊອຟ ໃນ ການສ້າງເອກະສານ ຫຼື ຕາຕະລາງຄິດໄລ່ ຢູ່ແລ້ວ. ແມ່ນ ຢູ່ ວ່າ ໂປຣແກຣມ ເຫຼົ່ານີ້ ມີປະໂຫຍດຫຼາຍ ແຕ່ ບັນຫາໃຫຍ່ທີ່ສຸດ ຂອງ ມັນແມ່ນ ລາຄາແພງໂພດ, ປະຈຸບັນ ຢູ່ບ້ານເຮົາເລື້ອງລາຄາ ແພງນີ້ ຍັງບໍ່ເປັນບັນຫາ ເພາະ ສ່ວນຫຼາຍຍັງໃຊ້ ສະບັບກອບປີ້ແບບຜິດກົດໝາຍຢູ່ ແຕ່ ຄຶດວ່າ ໃນອານາຄົດອັນໃກ້ນີ້​ ມັນຄືຊິບໍ່ເປັນ ແນວນັ້ນ ອີກແລ້ວ ເພາະວ່າ ແມ່ນແຕ່ ຢູ່ ປະເທດຂ້າງຄຽງ ເຊັ່ນ ຢູ່ ໄທ ດຽວນີ້​ອົງກອນລັດ ຄືວ່າ ໃຊ້ ສະບັບກອບປີ້ບໍ່ໄດ້ແລ້ວ. ບໍລິການຂອງ ກູກໂກ້ ນີ້​ ໃຊ້ຟຣີ, ບັນທຶກໄດ້ຟຣີ ເທິງເນັດ ໝາຍຄວາມວ່າ ຖ້າ ມີ ຄອມພິວເຕີ ຕໍ່ອິນເຕີເນັດໄດ້ ຊິແມ່ນ ໜ່ວຍຢູ່ບ້ານ, ຢູ່ຫ້ອງການ ຫຼື ຢູ່ ອິນເຕີເນັດກາເຟ ກໍ່ເຂົ້າຫາ ເອກະສານ, ຕາຕະລາງ ທີ່ຕົນເອງສ້າງໄດ້ໝົດ. ແນ່ນອນວ່າ ຖ້າຢາກ ບັນທຶກໃສ່ ຮາດດິສ (hard disk) ຂອງ ຕົນເອງ ກໍ່ບໍ່ມີບັນຫາ ເພາະ ມັນສາມາດ ບັນທຶກ ໃສ່ ຮາດດິສ ໃນຄອມພິວເຕີ ຕົນເອງ ໄດ້ ໃນ ຟອກມັດ (format) ແບບ html (ແບບໂຮມເພຈ), ເວີດ , ໂອເພີນອອຟຟິສ (open office) ຫຼື ແມ່ນແຕ່ PDF (ທີ່ ເບິ່ງຢູ່ໃສກໍ່ໄດ້) ກໍ່ໄດ້. ມາຮອດນີ້ ເວົ້າແຕ່ຈຸດດີ ແນ່ນອນວ່າ ມັນກໍ່ມີຈຸດອ່ອນເຊັ່ນກັນ ເຊັ່ນ ຕ້ອງສາມາດຕໍ່ອິນເຕີເນັດ ດ້ວຍ ຄວາມໄວສູງ ຈຶ່່ງຈະໃຊ້ສະດວກ, ອາດຈະມີບັນຫາເລື້ອງຄວາມປອດໄພ ຖ້າ ເອົາເອກະສານ ທີ່ສຳຄັນ ບັນທຶກໄວ້ເທິງເນັດ ແລະອື່ນໆ. ຈັງໃດກໍ່ຟຣີຢູ່ແລ້ວ ລອງໃຊ້ເບິ່ງ ແລ້ວ ຊ່ອຍກັນຕິຊົມກໍ່ໄດ້ເດີ້. ສາມາດເຂົ້າຫາໄດ້ຈາກ http://www.google.com/intl/en/options/ ແລ້ວເລືອກ Docs & Spreadsheets,






ອັນນີ້​ແມ່ນ ຕົວຢ່າງເອກະສານ ຂຽນ ເປັນພາສາລາວ ຄຶດວ່າ ອັນໃດເວີດເຮັດໄດ້ ກໍ່ຄົງຊິເຮັດໄດ້ເກືອບໝົດ.

No comments: