2/20/2007

ການຂຽນໂປຣກຣາມ ພາສາ ຈາວາສະກຣິບ (javascript)

ມື້ນີ້ ຊິຂໍແນະນຳ ການຂຽນໂປຣກຣາມ ພາສາ ຈາວາສະກຣິບ (javascript). ຫຼາຍຄົນຄືຊິເຄີຍໄດ້ຍິນ ກ່ຽວກັບ ໂປຣກຣາມພາສາ ຕ່າງ ໃນ ຄອມພິວເຕີ ທີ່ ດັງໆ ເຊັ່ນ ພາສາ basic, c, pascal, java, javascript ເປັນຕົ້ນ. ພາສາເຫຼົ່ານີ້​ ໂດຍ ທົ່ວໄປ ຊິສາມາດແບ່ງອອກໄດ້ ເປັນ 2 ປະເພດໃຫຍ່ໆ ຄື ປະເພດ ທີ່ ຕ້ອງມີການຄອມພາຍ (compile) ຫຼື ແປ ຈາກ ພາສາທີ່ຄ້າຍກັບ ພາສາອັງກິດ ທີ່ຄົນພໍຊິອ່ານເຂົ້າໃຈໄດ້ (ເຊັ່ນ ພາສາ C) ແລະ ທີ່ບໍ່ຈຳເປັນ ຕ້ອງ ຄອມພາຍ ທີ່ ມັນຖືກ ເອີ້ນກັນວ່າ ແມ່ນ ພາສາສະກຣິບ (script language). ພາສາສະກຣິບ ທີ່ ຈະແນະນຳໃຫ້ຮູ້ ໃນມື້ນີ້ ມີ 2 ຈຸດ ທີ່ດີກ່ວາ ພາສາ ອື່ນໆໃດ ນັ້ນແມ່ນ (1) ຟຣີ, (2) ເກືອບວ່າບໍ່ຈຳເປັນຕ້ອງຕິດຕັ້ງຫຍັງ ອີກໃສ່ ຄອມພິວເຕີ ທີ່ ຊື້ມາແລະມີ OS ຢູ່ແລ້ວ. ແນ່ນອນວ່າ ທາງດ້ານ ເຕັກນິກ ໂປຣແກຣມພາສາແຕ່ລະອັນ ກໍ່ຊິມີ ຈຸດດີຈຸດອ່ອນ ຂອງໃຜມັນ ແຕ່ ຖ້າ ທ່ານ ບໍ່ໄດ້ຄິດວ່າ ຊິ ຂຽນໂປຣແກຣມ ຂາຍ ເປັນອາຊີບ ຫຼື ຫາກໍ່ເລີ່ມຮຽນ ຂຽນ ໂປຣແກຣມພາສານັ້ນ ຄຶດວ່າ ຈາວາສະກຣິບ ຄືຊິບໍ່ແມ່ນ ທາງເລືອກທີ່ຜິດ.

ສິ່ງທີ່ຈຳເປັນ
(1) ຄອມພິວເຕີ (ທີ່ເປີດໃຊ້ວຽກໄດ້) ແລະ OS (ຄຶດວ່າ ຢູ່ ບ້ານເຮົາສ່ວນຫຼາຍຄື ຊິມີ ວິນໂດສວິສຕາ ຢູ່ແລ້ວ).
(2) ປຶ້ມກ່ຽວກັບ ພາສາ ຈາວາສະກຣິບ ຫຼື ຊອກດາວໂຫຼດເອົາຕາມ ເນັດ ແບບບໍ່ເສຍຄ່າກໍ່ໄດ້.

ວິທີຂຽນ (ທີ່ງ່າຍທີ່ສຸດ. ກໍລະນີ OS ແມ່ນ ວິນໂດສ ສະບັບໃດໜຶ່ງ)
(1) ເປີດ ໂນດແພັດ start->programs->accessory->notepad
(2) ຂຽນ ຂັ້ນຕອນ ການປະຕິບັດງານ ໃສ່ ຕາມຫຼັກໄວຍະກອນ ພາສາຈາວາສະກຣິບ ແລ້ວ ບັນທຶກ ໄຟລ໌ ນັ້ນ ໂດຍ ໃສ່ ນາມສະກຸນ ເປັນ .html
(3) ກົດ ໄອຄອນ (icon) ຂອງ ໄຟລ໌ນັ້ນ ສອງບາດ ໂປຣແກຣມ ທ່ານ ກໍ່ຈະເລີ່ມປະຕິບັດງານໂລດ!!


ທ່ານ ທີ່ ສາມາດອ່ານ ພາສາອັງກິດ ສາມາດ ເບິ່ງ ບົດສອນພາສາຈາວາສະກຣິບ ຟຣີ ໄດ້ ຢູ່ http://www.w3schools.com/js

No comments: