2/06/2007

ການໃຊ້ພາສາລາວ ໃນ ວິນໂດສວິສຕາ (windows vista)

ຂ່າວດີ ສຳລັບ ທ່ານ ທີ່ບໍ່ຢາກ ຕິດຕັ້ງໂປຣແກຣມ ອື່ນ ໃນ ຄອມພິວເຕີ ຂອງ ຕົນເອງ ເພື່ອ ຂຽນ ແລະ ອ່ານ ພາສາລາວ. ໃນ OS (Operating System: ລະບົບປະຕິບັດງານ) ອອກໃໝ່ ສຸດ ຂອງ ໄມໂຄຣຊອຟ ນັ້ນ ສາມາດຂຽນ ແລະ ອ່ານ ພາສາລາວໄດ້ເລີຍ ໂດຍ ພຽງແຕ່ ຕ້ອງ ຕື່ມ(add) ການພິມພາສາລາວ ໃສ່ ຈາກ ຄອນໂທຣປາເນລ (control panel: ກະດານຄວບຄຸມ) ເທົ່ານັ້ນ. ປະເພດ ໂຕໜັງສື ນັ້ນ ມີຫຼາຍແບບ ແຕ່ ຢາກໃຫ້ເລືອກໃຊ້ Petsarath OT ຫຼື ອັນອື່ນກໍ່ໄດ້ ທີ່ ມີ OT ຢູ່ ທາງຫຼັງ ມັນຈຶ່ງຈະບໍ່ມີບັນຫາ ເວລາເບິ່ງ ໃນລະບົບປະຕິບັດງານອື່ນ.

1 comment:

Anonymous said...

ຟອນຕ໌ພາສາລາວ ທີ່ມາກັບວິນໂດວສ໌ວິສຕ້າ ມັນນ້ອຍ ອ່ານຍາກ ຍັງບໍ່ເຄີຍເຫັນຟອນຕ໌ພາສາລາວໂຕໃດສູ້ Saysetth OT LOL