2/07/2007

ແຜນທີ່ກູກໂກ້ (Google Maps)

ມື້ນີ້ ຊິຂໍສະເໜີ ບໍລິການ ຊອກ ແລະ ເບິ່ງ ແຜນທີ່, ຮູບຖ່າຍຈາກດາວທຽມ ແລະ ຮູບຖ່າຍທາງອາກາດ ໂດຍ ກູກໂກ້ (Google). ທ່ານ ສາມາດ ເຂົ້າຫາມັນ ໄດ້ ຢູ່ http://www.google.com/maps ຫຼື ຊິເຂົ້າ ຈາກໜ້າຫຼັກ ຂອງ ກູກໂກ້ ກໍ່ໄດ້. ຕົວຢ່າງ ຖ້າ ຂຽນ ຄຳວ່າ vientiane ໃສ່, ແລະ ເລືອກເອົາ "Hybrid" (ພາບປະສົມປະສານ) ກໍ່ຈະສາມາດ ເຫັນ ຮູບຖ່າຍທາງອາກາດ ທີ່ ຊັດເຈນ ສົມຄວນ ຂອງ ນະຄອນຫຼວງວຽງຈັນ. ລອງ ຊອກເບິ່ງເດີ້ວ່າ ບ້ານຂ້ອຍ ບ້ານເຈົ້າ ຢູ່ໃສ! ຢູ່ ຍີ່ປຸ່ນ ນີ້ ເວລາ ຢາກ ຮູ້ວ່າ ຢູ່ ໃກ້ ທີ່ຢູ່ໃດໜຶ່ງ ມີຫຍັງແດ່, ບ້ານເຮືອນ, ຕຶກອາຄານ ມີແນວໃດແດ່ ກໍ່ມັກໃຊ້ບໍລິການນີ້ ເພາະ ຂຽນທີ່ຢູ່ໃສ່ ກໍ່ຈະເຫັນລະອຽດ ຮອດ ບ້ານເລກທີ ໂລດ (ສ່ວນຫຼາຍ).


2 comments:

Phanomsinh said...

ໄດ້ເອົາເລື້ອງນີ້ລົງໃນເວັບບອດແລ້ວ
http://pnomsin.hollosite.com/forum/index.php?topic=130.0
ໄດ້ຣັບການຕອບຮັບດີສົມຄວນ
ລອງອ່ານເບິ່ງ
ແລະ ຊ່ວຍສະຫນັບສະຫນູນເວັບບອດແດ່ເດີ້

vienglao said...

ທ່ານ ພະນົມສິນ ຂອບໃຈຫຼາຍໆ ສຳຫຼັບ ຄອມເມັນຕ໌ ຂ້າພະເຈົ້າກໍ່ໄດ້ກາງ ລິ້ງຄ໌ ຫາ ບຼອັກ ຂອງ ທ່ານແລ້ວ.