2/21/2007

ການກວດເບິ່ງວ່າ ເວັບໄຊ ໃດໜຶ່ງມີຊອຟແວທີ່ມີບັນຫາຫຼືບໍ່


ຂ້າພະເຈົ້າຫາກໍ່ລຶບ ລິ້ງຄ໌ ຫາ ເວັບໄຊ ໜັງສືພິມ ໜຶ່ງຢູ່ລາວ ເພາະມີລາຍງານ ວ່າ ເວັບໄຊນັ້ນ ອາດຈະຕິດໄວຣັສ, ສະປາຍແວ ຫຼື ຊອຟແວມີບັນຫາອື່ນໆ​ ທີ່ອາດຈະກໍ່ໃຫ້ເກີດ ຄວາມເສຍຫາຍ ຕໍ່ ຄອມພິວເຕີ ຂອງ ຜູ້ເຂົ້າຫາ ໄດ້. ຂໍຖືໂອກາດ ສະເໜີວິທີກວດສອບ ເບິ່ງວ່າ ເວັບໄຊໃດໜຶ່ງມີບັນຫາຫຼືບໍ່. ທ່ານ ສາມາດ ໄປ http://www.stopbadware.org/home/help ເພື່ອກວດເບິ່ງວ່າ ເວັບໄຊນັ້ນ ຢູ່ໃນ ລາຍຊື່ເວັບໄຊທີ່ມີບັນຫາຫຼືບໍ່ ດັ່ງໃນຮູບ.
ຫຼື ອີກວິທີໜຶ່ງ ກໍ່ ພິມ ຊື່ເວັບໄຊ ນັ້ນ ໃສ່ ຈັກຄົ້ນຫາ ທີ່ມີຊື່ສຽງ ເຊັ່ນ google.com ໂດຍກົງເລີຍກໍ່ໄດ້, ສຳຫຼັບ ເວັບໄຊ ທີ່ມີບັນຫາ ກໍ່ຈະມີຄຳເຕືອນອອກມາໂລດ. ແຕ່ຢາກໃຫ້ເຂົ້າໃຈຕື່ມອີກວ່າ ການກວດສອບນີ້ບໍ່ແມ່ນ 100% ສະນັ້ນ ເຖິງຈະບໍ່ມີ ຄຳເຕືອນ ກໍ່ບໍ່ໄດ້ໝາຍຄວາມວ່າ ບໍ່ມີບັນຫາ.

7 comments:

Anonymous said...

ອ໊ະ!! ອັນນີ້ຫນ້າສົນໃຈ ຂອບໃຈທີ່ແນະນຳ ;)

vienglao said...

ມື້ນີ້ ດີໃຈຫຼາຍ ທີ່ ທ່ານ au8ust ຄົນດັງ ໃນ ເນັດ ໃຫ້ກຽດມາ ຂຽນ ຄອມເມັນຕ໌ ຢູ່ນີ້. ຖືໂອກາດ ຕື່ມລິ້ງຄ໌ ຫາ ບຼອກເພິ່ນຢູ່ນີ, ຫວັງວ່າ ຊິບໍ່ວ່າຫຍັງກັນ. ຖ້າມີ ບຼອກພາສາລາວອື່ນໆອີກ ກະລຸນາ ຊ່ອຍບອກດ້ວຍ. ຂອບໃຈ.

Anonymous said...

ໂອຍ.. ຢ່າກ່າວເຊັ່ນນັ້ນເລີຍ ຖ້າຮູ້ຈັກກໍ່ຖືວ່າເປັນຄົນກັນເອງແລ້ວ ມີແຕ່ທ່ານວຽງລາວຫັ້ນແຫລ່ະ ເປີດບລັອກກໍ່ບໍ່ບອກບໍ່ປ່າວແດ່ ດຽວຂ້າພະເຈົ້າຈະໂພສຕ໌ໄວ້ຫນ້າທຳອິດໃຫ້ ສ່ວນລິງຄ໌ປົກກະຕິຂ້າພະເຈົ້າຈະເຮັດແຍກຫນ້າໄວ້

ສຳຫລັບບລັອກທີ່ເປັນພາສາລາວນັ້ນ ຂ້ອນຂ້າງຈະມີຫນ້ອຍ ແຕ່ຫາກບລັອກທີ່ເປັນຂອງຄົນລາວນັ້ນ ເທົ່າທີ່ຮູ້ກໍ່ມີຂອງທ່ານພະນົມສິນ, ຂອງຕາໂອ້ດ, ຂອງ Dr. Devil ( ແຕ່ລາຍນີ້ຂຽນເປັນພາສາໄທ ), ຂອງທ່ານຊຽນ ແລ້ວກໍ່ອີກສອງສາມຄົນທີ່ລືມຊື່ໄປແລ້ວ

ກໍ່ຫວັງວ່າບລັອກຊາວລາວເຮົາຈະມີຫລາຍຂຶ້ນເລື້ອຍ ໆ ໄປ :)

vienglao said...

ຂອບໃຈຫຼາຍໆ ອີກເທື່ອໜຶ່ງ ສຳຫຼັບ ບຼັອກພາສາລາວອື່ນໆ. ເບິ່ງແລ້ວ ຄົນບ້ານເຮົານີ້ ຄືມາມີແຕ່ແບບ ອິນເຕີແທ້ນໍ...ສັງເກດ ເບິ່ງຕາມຮູບທີ່ແຕ່ລະທ່ານ ໂພສຕ໌ ເຫັນມີທັງ ທ່ານ ທີ່ຄືຊິໃຊ້ ໂອເອສ ເປັນພາສາອັງກິດ, ພາສາຈີນ ແລະ ພາສາຍີ່ປຸ່ນ. ຂ້າພະເຈົ້າ ຄຶດວ່າ ພາສານີ້​ ຄັນບໍ່ໃຊ້ມັນກໍ່ບໍ່ພັດທະນາ ເພາະສະນັ້ນ ດີໃຈຫຼາຍ ທີ່ເລີ່ມເຫັນ ພາສາລາວ ປະກົດມີຂຶ້ນ ຢູ່ ອິນເຕີເນັດຫຼາຍຂຶ້ນ ໃນໄລຍະຫຼັງນີ້.

Anonymous said...
This comment has been removed by a blog administrator.
vienglao said...

ຂອບໃຈຫຼາຍໆ, ແຕ່ເບິ່ງແລ້ວ ອັນນີ້ ຄື ບໍ່ ບລັອກ ບາງເທື່ອ ອາດຊິຕ້ອງ ສ້າງ ໝວດລິ້ງຄ໌ ໃໝ່...

vienglao said...

ທ່ານ Au8ust ຂໍອະນຸຍາດ ລຶບ ຄອມເມັນຕ໌ ຂອງ ທ່ານ ກ່ຽວກັບ ເວັບໄຊທ໌ ຂອງ ທ່ານ ໂຕໂລ້ ເພາະ ມັນ ລິ້ງໄປຫາ ອິນຊາຍເດີ ດອທ໌ ແມ່ນຫຍັງນີ້ແຫຼະ.ບາງເທື່ອ ທ່ານ ອາດຈະພິມຜິດຊື່ໆ ກໍ່ເປັນໄປໄດ້.