6/18/2007

ລິ້ງຄ໌ໃໝ່


http://www.e-way.info.la/
ອີເວເຊັນເຕີຫຼວງພະບາງ. ເບິ່ງຊົງຄືຊິແມ່ນ ໂຄງການຮ່ວມມື (ຊ່ອຍເຫຼືອ) ລະຫວ່າງ ສູນຄົ້ນຄ້ວາການພັດທະນາສາກົນການາດາ ແລະ ສະເຕອາ (ອົງການວິທະຍາສາດ ເຕັກໂນໂລຢີ ແລະ ສິ່ງແວດລ້ອມ).



http://www.fms.edu.la/index_lao.html
ຄະນະວິທະຍາສາດການແພດ ມະຫາວິທະຍາໄລແຫ່ງຊາດ. ບໍ່ແນ່ໃຈຄືກັນວ່າ ແມ່ນ ເວັບໄຊທ໌ເປັນທາງການ ຂອງ ເພິ່ນຫຼືບໍ່ ເພາະ URL ແຕກຕ່າງກັບ ຄະນະວິຊາອື່ນໆ ຂອງ ມະຫາວິທະຍາໄລແຫ່ງຊາດ.



http://foa.nuol.edu.la/
ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ. ໜ້າທຳອິດ ບໍ່ໜ້າປະທັບໃຈປານໃດ ແຕ່ ນຳລິ້ງຄ໌ເຂົ້າໄປ ເລິກໆ ເຫັນວ່າ ມີ ບົດລາຍງານ ແລະ ເນື້ອໃນ ຕ່າງໆ ຫຼາກຫຼາຍສົມຄວນ.



http://www.laoite.com/
ກຸ່ມນັກສຶກສາໄອທີ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ. ອັນນີ້ ຄືຊິແມ່ນ ເວັບໄຊທ໌ ທີ່ ນັກສຶກສາ ຮ່ວມກັນສ້າງຂຶ້ນ.

7 comments:

Anonymous said...

ທ່ານວຽງລາວສົນໃຈເປັນ Editor ໃນ DMOZ Project ບໍ່ນໍ້? ຕອນນີ້ຂ້າພະເຈົ້າກໍ່ເປັນຢູ່ ແຕ່ວ່າບໍ່ຄ່ອຍມີເວລາໄດ້ເພີ່ມເວບໄຊຕ໌ພາສາລາວເຂົ້າໄປ ປານໃດເທື່ອ

ຫາກທ່ານພໍຈະມີເວລາ ລົບກວນຊ່ວຍສະຫມັກທີ່ http://dmoz.org/cgi-bin/apply.cgi?where=Test/World/Lao ໂດຍລະບຸລາຍລະອຽດຕ່າງ ໆ ໃຫ້ຄົບຖ້ວນ

ຕອນນີ້ລະບົບຂອງເຂົາເຈົ້າຍັງບໍ່ໄດ້ເອົາຫມວດພາສາລາວ ຂຶ້ນຫນ້າຫລັກເທື່ອ ເຊິ່ງຈະຍັງຢູ່ທີ່ http://dmoz.org/Test/World/Lao/

ຈົນກວ່າຈະມີລາຍຊື່ເວບໄຊຕ໌ລາວພໍພຽງໃນລະດັບຫນຶ່ງກ່ອນ ຈຶ່ງຈະຂຶ້ນສູ່ຫນ້າຫລັກໄດ້

ທ່ານວຽງລາວເອງ ກໍ່ຮູ້ຈັກເວບໄຊຕ໌ຂອງຄົນລາວຫລາຍ ຂ້າພະເຈົ້າຄິດວ່າ ຫາກເຮົາຊ່ວຍກັນເພີ່ມລາຍຊື່ເວບໄຊຕ໌ທີ່ດີ ໆ ເຂົ້າໄປແລ້ວ ຄົງຈະເປັນປະໂຫຍດໃນກາລເບື້ອງຫນ້າເປັນແນ່ແທ້

vienglao said...

ດ້ວຍຄວາມຍິນດີ ທ່ານ Au8ust. ລາຍລະອຽດ ແລ້ວ ຈຶ່ງຄ່ອຍ ລົມກັນຕື່ມ ຫຼັງຈາກ ເຂົ້າເບິ່ງເວັບໄຊທ໌ ທີ່ວ່າ ມື້ອື່ນເຊົ້າ ກ່ອນເນາະ.

Anonymous said...

ໂດຍ ແນ່ນອນ
ແລ້ວຈະຖ້າຟັງຜົນເດີ້.

vienglao said...

ທ່ານ Au8ust, ສະໝັກຮຽບຮ້ອຍແລ້ວເດີ້. ດຽວນີ້ ພວມຖ້າຢູ່ວ່າ ເພິ່ນຊິອະນຸຍາດ ໃຫ້ ເປັນ ເອດິດເຕີ ຫຼືບໍ່.

vienglao said...

ເພິ່ນວ່າ ເທື່ອນີ້ບໍ່ໄດ້. ເພິ່ນມີຄົນພໍແລ້ວດຽວນີ້. ຫວັງວ່າ ທ່ານ Au8ust ຊິເຂົ້າໃຈເນາະ.

au8ust said...

ອ້າວ ຫວາ ອືມ ຈັກຊິເຮັດແນວໃດ

ຖ້າແນວນັ້ນຂ້າພະເຈົ້າຈະນຳລິງກ໌ທີ່ທ່ານວຽງລາວລົງໃນບລັອກນີ້ ໄປລົງຕໍ່ໃນ DMOZ ກໍ່ແລ້ວກັນເນາະ ຫຼືທ່ານຄິດວ່າແນວໃດ?

vienglao said...

ດ້ວຍຄວາມຍິນດີ ເຊັ່ນເຄີຍ. ຄວາມຈິງແລ້ວ ດຽວນີ້ ຂ້າພະເຈົ້າເອງ ພວມພະຍາຍາມສ້າງ crawler ຢູ່ ເພື່ອຮີບໂຮມ ຂໍ້ມູນເວັບໄຊທ໌ພາສາລາວ ເອງ ແລະ ຫວັງວ່າ ຊິມີໂອກາດ ໄດ້ຮ່ວມມື ກັບ ທ່ານ Au8ust ໃນ ອານາຄົດອັນບໍ່ໄກນີ້.