6/07/2007

ທຶນການສຶກສາລັດຖະບານຍີ່ປຸ່ນ ຜ່ານສະຖານທູດ ຢູ່ ວຽງຈັນ

ມື້ນີ້ ພົບ ເວັບໄຊທ໌ ເປັນພາສາລາວ ກ່ຽວກັບ ທຶນການສຶກສາໂດຍລັດຖະບານຍີ່ປຸ່ນ ທີ່ ສາມາດສະໝັກຜ່ານ ສະຖານທູດຍີ່ປຸ່ນ ຢູ່ ນະຄອນຫຼວງວຽງຈັນໄດ້. ອັນທີ່ໜ້າສົນໃຈ ແມ່ນ ເພິ່ນມີຮອດຕົວຢ່າງ ຂໍ້ສອບໃຫ້ເບິ່ງ (ດັ່ງຮູບຂ້າງລຸ່ມ), ສະນັ້ນ ທ່ານໃດມີເວລາ ຢາກທົດລອງ ສີມື ຕົນເອງ ເຊີນໄດ້ເດີ້. ການສອບເສັງນີ້​ ເພິ່ນຈັດທຸກໆປີ ສະນັ້ນ ສຳຫຼັບ ທ່ານຜູ້ອ່ານ ທີ່ຢາກຊ້ອມໄວ້ ແຕ່ໄວໆ ຄຶດວ່າ ຄືຊິມີປະໂຫຍດຫຼາຍ. ທີ່ຢູ່ ເວັບໄຊທ໌ ແມ່ນ http://www.la.emb-japan.go.jp/la/jis/ryugaku.htm

6/01/2007

ຈົດໝາຍເຫດ ຂອງ ໂຄງການໂຟຄອມ



ມື້ນີ້ ກໍ່ບໍ່ມີຫຍັງຫຼາຍ, ຊອກເຫັນ ສິ່ງພິມເປັນພາສາລາວ ຢູ່ ເທິງເນັດ ແລ້ວ ກໍ່ຢາກແນະນຳ ມັນຕໍ່ ໃຫ້ ທ່ານຜູ້ອ່ານ ຕາມເຄີຍ. ໂຄງການຄຸ້ມຄອງປ່າໄມ້ ແລະ ສົ່ງເສີມຊາວບ້ານ (ໂຟຄອມ) ເພິ່ນ ຈັດພິມ ຈົດໝາຍເຫດເປັນພາສາລາວ (ຕາມເບິ່ງຄືຊິແມ່ນ ແປຈາກພາສາຍີ່ປຸ່ນ ເພາະ ສະບັບພາສາຍີ່ປຸ່ນ ມີ ຮອດ ຕົ້ນປີ 2007 ແລ້ວ ແຕ່ ພາສາລາວ ຫາກໍ່ຊິຮອດ ຕົ້ນປີ 2006) ເປັນ ໄລຍະ ທ່ານ ໃດສົນໃຈ ສາມາດເຂົ້າໄປ ເບິ່ງໄດ້ ທີ່ http://forcom-laos.sakura.ne.jp/newsletter-en.htm. ສະບັບພາສາລາວ ຫຼ້າສຸດ ຂອງ ເພິ່ນ ແມ່ນ http://forcom-laos.sakura.ne.jp/NEWS_LETTER_VOL14L.pdf.

5/29/2007

ການພັດທະນາມະນຸດ ຢູ່ ລາວ


ທຳມະດາ ມື້ໜຶ່ງບໍ່ຢາກຂຽນ ຫຼາຍບົດຄວາມ ແຕ່ ບັງເອີນຊອກເຫັນ ບົດລາຍງານໜ້າສົນໃຈຫຼາຍ ສະນັ້ນ ຂໍອະນຸຍາດແນະນຳ ມື້ນີ້ເລີຍ. ຜູ້ສົນໃຈເລື່ອງການພັດທະນາ ຄືຊິຮູ້ ຫຼື ເຄີຍໄດ້ຍິນ ກ່ຽວກັບ HDI (Human Developement Index) ຫຼື ດັດສະນີການພັດທະນາມະນຸດ ຢູ່ເນາະ. ສຳຫຼັບ ຜູ້ບໍ່ເຄີຍໄດ້ຍິນ ຂໍອະທິບາຍງ່າຍໆ ວ່າ ມັນແມ່ນ ການວັດແທກ ລະດັບການພັດທະນາ ຢູ່ ປະເທດໃດໜຶ່ງ ໂດຍ ສະເຫຼ່ຍ (1)ລະດັບອາຍຸຍືນ (ສຸຂະພາບ), (2)ອັດຕາເຂົ້າໂຮງຮຽນ (ການສຶກສາ) ແລະ (3)ລາຍໄດ້ ຂອງ ປະເທດ (ຫຼື ຂົງເຂດ)ໃດໜຶ່ງ. ທ່ານ ສາມາດອ່ານເບິ່ງ ສະພາບການປະຈຸບັນ ຢູ່ ລາວ ໄດ້ ຢູ່ http://www.undplao.org/whatwedo/bgresource/humandev/UNDP-NHDR06-Lao.pdf. ເພິ່ນຊິຂຽນເນັ້ນ ໃສ່ ຄວາມສຳຄັນ ຂອງ ການຄ້າສາກົນ(ລະຫວ່າງປະເທດ) ໃນ ການພັດທະນາ ແລະ ຖ້າ ທ່ານ ຜູ້ອ່ານຜູ້ໃດບໍ່ເຫັນດີ ຢາກໃຫ້ລອງ ຍົກຊື່ປະເທດ ຈັກ ປະເທດໜຶ່ງທີ່ ພັດທະນາ ໂດຍ ບໍ່ໄດ້ຄ້າກັບປະເທດໃດວ່າ ຊິມີບໍ່ເນາະ.

ຂໍ້ມູນ ໂຄງການໄຟຟ້ານໍ້າຕົກ ນໍ້າເທີນ 2

ປະຈຸບັນ ປະເທດລາວ ມີ ແຜນການສ້າງເຂື່ອນໄຟຟ້ານໍ້າຕົກ ຫຼາຍແຫ່ງ ແລະ ແນ່ນອນວ່າ ມັນກໍ່ຕ້ອງມີທັງ ຜົນໄດ້ ແລະ ຜົນເສຍ. ສິ່ງທີ່ສຳຄັນ ຄຶດວ່າ ແມ່ນ ຊິເຮັດແນວໃດຈຶ່ງຈະ ເສຍໜ້ອຍແຕ່ໃຫ້ໄດ້ຫຼາຍ. ທ່ານໃດສົນໃຈ ຢາກອ່ານເບິ່ງ ສະພາບ ຄວາມຄືບໜ້າ ຂອງ ໂຄງການໄຟຟ້ານໍ້າຕົກ ນໍ້າເທີນ 2​ ສາມາດເບິ່ງ ບົດລາຍເປັນ ພາສາລາວ ຢູ່ http://www.namtheun2.com/UpdateOctober06Lao.pdf. ສຳຫຼັບ ທ່ານ ທີ່ອ່ານພາສາອັງກິດໄດ້ ສາມາດຊອກເບິ່ງ ຂໍ້ມູນທີ່ໃໝ່ກວ່າໄດ້ ຢູ່ http://www.namtheun2.com/. ແນ່ນອນວ່າ ບໍລິສັດຜູ້ເຮັດເອງ ເພິ່ນກໍ່ຄືຊິເວົ້າແຕ່ອັນດີໆ ແຕ່ຟັງຈາກຫຼາຍໆທາງ ເພື່ອ ຊອກຫາຄຳຕອບທີ່ດີກວ່າ ຄືຊິບໍ່ມີຫຍັງເສຍເນາະ. (ສິ່ງທີ່ຜູ້ຂຽນບໍ່ພໍໃຈ ທີ່ສຸດດຽວນີ້ ແມ່ນ ໂຄງການຢູ່ລາວ ແຕ່ເປັນຫຍັງ ເວັບໄຊທ໌ ເກືອບວ່າມີແຕ່ພາສາອັງກິດ ຫຼືວ່າອັນນີ້ ບໍ່ແມ່ນ ເວັບໄຊທ໌ເປັນທາງການບໍ່ນໍ).

5/25/2007

ການຄິດໄລ່ ໂດຍ ຈັກຄົ້ນຫາ ຂອງ ກູກໂກ້

ຫຼາຍ ທ່ານ ອາດຊິຮູ້ຢູ່ແລ້ວ ແຕ່ ຊິຂໍແນະນຳ ວິທີການຄິດໄລ່ທາງຄະນິດສາດ ໂດຍ ນຳໃຊ້ ຈັກຄົ້ນຫາຂອງ ກູກໂກ້ (http://www.google.com). ທ່ານ ສາມາດ ຊອກຫາ ຄຳຕອບ ເປັນໂຕເລກ ທາງ ຄະນິດສາດ ໂດຍ ການພິມໂດຍກົງໃສ່ ຈັກຄົ້ນຫາ ຂອງ ກູກໂກ້ ແລ້ວ ກົດເອັນເຕີ ໄດ້ ດັ່ງໃນຮູບ.





ເຄື່ອງໝາຍຄິດໄລ່ ຫຼັກ ມີ:
+ ບວກ 3+44
- ລົບ 13-5
* ຄູນ 7*8
/ ຫານ 12/3
^ ກຳລັງ 8^2
% ສ່ວນເສດຂອງຜົນຫານ 8%7
choose ທາງເລືອກ (ຕົວຢ່າງ X choose Y ຈະສະແດງຈຳນວນທາງເລືອກ
ເມື່ອທຳການ ເລືອກ Y ໂຕ ຈາກ X ໂຕ)
th root of ຮາກ (ຕົວຢ່າງ 2th root of 3 ຈະຄິດໄລ່ ຮາກຂັ້ນ 2 ຂອງ 3)
% of ເປີເຊັນ ຂອງ (ຕົວຢ່າງ 50 % of 200 ຈະຄິດໄລ່ 50 ເປີເຊັນ ຂອງ 200)
sqrt ຮາກຂັ້ນສອງ ເຊັ່ນ sqrt(9)
sin ຊິນ (ຫົວໜ່ວຍ ເປັນ ຣາດຽງ ເຊັ່ນ sin(pi/2)
ຖ້າຢາກຄິດໄລ່ ເປັນ ອົງສາ ຕ້ອງຕື່ມຄຳວ່າ degrees ເຊັ່ນ sin(90 degrees)
cos ກົສ (ຫົວໜ່ວຍ ເປັນ ຣາດຽງ)
tan ຕັງ
ln ລົກ ພື້ນ e ເຊັ່ນ ln(17)
log ລົກ ພື້ນ 10 ເຊັ່ນ log(1,000)
! ແຟັກໂຕຣຽນ

ນອກຈາກນີ້ ມັນຍັງສາມາດຄິດໄລ່ ເລກຖານ​2 , ຖານ 8, ຖານ 16 ໄດ້ອີກ. ລາຍລະອຽດ ສາມາດເບິ່ງໄດ້ ຢູ່
http://www.google.com/help/calculator.html.

5/23/2007

ກ່ຽວກັບ ການສຶກສາ ແລະ ທຶນການສຶກສາຕໍ່ ຢູ່ ປະເທດຍີ່ປຸ່ນ

ທ່ານໃດສົນໃຈ ຢາກ ເສັງ (ສະໝັກ) ເອົາທຶນການສຶກສາຕໍ່ ຢູ່ ປະເທດຍີ່ປຸ່ນ ສາມາດເຂົ້າໄປ ເບິ່ງຂໍ້ມູນ ຢູ່ http://www.studyjapan.go.jp/en/. ຂໍ້ມູນ ມີ ເປັນຫຼາຍພາສາ (ໄທ, ອິນໂດເນເຊຍ, ຫວຽດນາມ, ຝຣັ່ງ, ເອັສປາໂຍລ,​ລັດເຊຍ, ອາຣັບ) ຊຳນານພາສາໃດ ກໍ່ເລືອກເອົາ ພາສານັ້ນ ໄດ້.

ທຶນ ຟູລໄບຣຕ໌ ໂດຍ ລັດຖະບານອາເມລິກາ

ເຫຼືອເວລາ ແຕ່ 2 ມື້ ແຕ່ ເອກະສານ ເບີ່ງຄືບໍ່ມີຫຍັງຫຼາຍປານໃດ ໂດຍ ສະເພາະ ສຳຫຼັບ ຜູ້ກຽມເສັງທຶນນັ້ນທຶນນີ້ຢູ່ແລ້ວ ຄຶດວ່າຍັງທັນເນາະ. ຂໍ້ມູນທຶນ ຢູ່ http://laos.usembassy.gov/fulbright_program.html.

5/22/2007

ການສຶກສາ ແລະ ທຶນການສຶກສາ ຢູ່ ສູນຕາເວັນອອກຕາເວັນຕົກ

ສູນຕາເວັນອອກຕາເວັນຕົກ ແມ່ນ ອົງການສຶກສາ ສ້າງຕັ້ງໂດຍ ລັດຖະສະພາ ຂອງ ສະຫະລັດອາເມລິກາ ໃນ ປີ 1960. ເພິ່ນຊິຮັບນັກສຶກສາ ຈາກ ປະເທດອາຊີ ແລະ ຂົງເຂດມະຫາສະໝຸດປາຊິຟິກເປັນຕົ້ນຕໍ, ແລະ ມາຮອດດຽວນີ້​ ກໍ່ມີຄົນລາວຫຼາຍຄົນສຳເລັດການສຶກສາ ຢູ່ ຫັ້ນ ທັງທີ່ໄດ້ຮັບທຶນການສຶກສາ ແລະ ດ້ວຍທຶນຕົນເອງ. ທຶນການສຶກສາ ສ່ວນຫຼາຍ ແມ່ນ ສາມາດສະໝັກໂດຍກົງ ສະນັ້ນ ຊອກເບິ່ງເອົາເດີ ບາງເທື່ອ ມີ ອັນໜ້າສົນໃຈ (ໃບສະໝັກນັ້ນ ສ່ວນຫຼາຍ ໃກ້ຊິຮອດຍາມສະໝັກຈຶ່ງຈະສາມາດ ດາວໂຫຼດໄດ້). ລິ້ງຄ໌ຫາຂໍ້ມູນຫຼັກສູດ ແລະ ທຶນການສຶກສາ ເພິ່ນ ແມ່ນ http://eastwestcenter.org/edu-sp.asp

5/19/2007

ກ່ຽວກັບ ທຶນການສຶກສາຕໍ່ຢູ່ຕ່າງປະເທດ ທີ່ ຄົນລາວສະໝັກໄດ້

ໄດ້ ສ້າງໝວດລິ້ງຄ໌ ໃໝ່ ຊື່ວ່າ "ທຶນການສຶກສາ ທີ່ ຄົນລາວສະໝັກໄດ້ " ແລະ ໄດ້ ກາງລິ້ງຄ໌ ຫາ http://www.getscholarship.net , ທ່ານໃດສົນໃຈ ເຂົ້າໄປຊອກເບິ່ງເອົາເດີ ບາງເທື່ອອາດຊິມີ ທຶນທີ່ເໝາະສົມກັບທ່ານ. ພິມຄຳວ່າ "laos" ໃສ່ ປ່ອງຢ້ຽມຄົ້ນຫາ ແລ້ວ ກໍ່ຈະເຫັນ ລາຍການບັນດາທຶນການສຶກສາ ທີ່ ລະບຸແຈ້ງວ່າ ຄົນລາວສາມາດສະໝັກໄດ້ (ຖ້າໄປຈາກລາຍການລິ້ໍງຄ໌ເບື້ອງຊ້າຍນັ້ນ ຜູ້ຂຽນໄດ້ບວກຄຳສັບນີ້ໄວ້ໃນລິ້ງຄ໌ແລ້ວ). ແນ່ນອນ ວ່າ ອັນທີ່ບໍ່ລະບຸແຈ້ງກໍ່ອາດຈະສາມາດສະໝັກໄດ້ເຊັ່ນກັນ ເພາະ ຕາມປະສົບການ ຂອງ ຜູ້ຂຽນນີ້ ຕິດຕໍ່ໄປແລ້ວ ເພິ່ນວ່າ ສະໝັກໄດ້ກໍ່ມີຫຼາຍເທື່ອ ແລະ ເຫດຜົນທີ່ເພິ່ນບໍ່ໄດ້ ລະບຸຊື່ປະເທດລາວໄວ້ ແຕ່ທຳອິດນັ້ນ ແມ່ນຍ້ອນ ບໍ່ຮູ້ຈັກປະເທດລາວຊື່ໆ ວ່າຊັ້ນ (ອັນນີ້ ເວົ້າແບບຍີ່ປຸ່ນ ເພີ່ນວ່າ "ຖາມໄດ້ຖາມເອົາ"). ຂໍ້ມູນຢູ່ເວັບໄຊທ໌ຂ້າງເທິງນີ້ ມີແຕ່ເປັນພາສາອັງກິດ ແຕ່ ສຳຫຼັບທ່ານ ທີ່ຢາກໄປສຶກສາຕໍ່ຢູ່ ຕ່າງປະເທດສ່ວນຫຼາຍ ກໍ່ຕ້ອງໄດ້ ພາສາອັງກິດ ບໍ່ຫຼາຍກໍ່ໜ້ອຍຢູ່ແລ້ວ ສະນັ້ນ ຄຶດວ່າ ຄືຊິບໍ່ມີບັນຫາເນາະ.

5/18/2007

ກ່ຽວກັບການລຶບ ລິ້ງຄ໌ ທີ່ບໍ່ມີເນື້ອໃນ ເປັນ ພາສາລາວ

ຂໍອະນຸຍາດ ປະກາດວ່າ ລິ້ງຄ໌ ຫາ ເວັບໄຊທ໌ ໃດໜຶ່ງ ທີ່ ບໍ່ມີເນື້ອໃນເປັນພາສາລາວ (ເຊັ່ນ ເຄີຍມີ ແຕ່ໄດ້ຖືກ ປ່ຽນເປັນພາສາອື່ນ)ຢູ່ ບລັອກນີ້ ຈະຖືກລຶບ, ນອກຈາກ ເວັບໄຊທ໌ ຂ່າວ ທີ່ ຜູ້ຂຽນເຫັນວ່າ ເໝາະສົມເທົ່ານັ້ນ.

5/16/2007

ວິທີກວດເບິ່ງ ຄວາມຖືກຕ້ອງ ຂອງ ການໃຊ້ ວະລີ ໃນ ພາສາໃດໜຶ່ງ

ທ່ານ ສາມາດກວດສອບ ຄວາມຖືກຕ້ອງ (ອີງຕາມຄວາມແຜ່ຫຼາຍຂອງການໃຊ້) ວະລີ ໃດໜຶ່ງ ໃນ ພາສາໃດໜຶ່ງ ໂດຍ ໃຊ້ ປ່ອງຢ້ຽມການຊອກຫາ ຂອງ ກູກໂກ້ໄດ້. ຕົວຢ່າງ ຖ້າທ່ານ ຢາກຮູ້ວ່າ ວາລີ ວ່າ "ຂ້ອຍຢາກຮຽນ" ນັ້ນ ຂຽນເປັນພາສາອັງກິດ ແບບໃດຈຶ່ງຊິຖືກ ແລະ ທ່ານ ຮູ້ແລ້ວວ່າ ມັນຕ້ອງ ປະກອບ ດ້ວຍ ຄຳສັບ "I", "want", "study","to". ທ່ານ ສາມາດ ຊອກຫາ ວາລີ ດັ່ງກ່າວ ໂດຍ ກົງ ຢູ່ ຈັກຄົ້ນຫາ ຂອງ ກູກໂກ້ (http://www.google.com). ຢ່າລືມອ້ອມ ວະລີ ນັ້ນ ດ້ວຍ "". ຕົວຢ່າງ ຖ້າ ທ່ານ ຂຽນວ່າ "I want to study" ແລ້ວ ກົດເອັນເຕີ. ຜົນການຊອກຫາ ອາດຈະປະກົດໃຫ້ເຫັນ ດັ່ງລຸ່ມນີ້.



ຊິເຫັນວ່າ ມີ ຄົນຂຽນແບບນີ້​ຫຼາຍ ແລະ ຄວາມເປັນໄປໄດ້ທີ່ ການຂຽນແບບນີ້ ຊິບໍ່ຜິດ ກໍ່ແນ່ນອນ ຕ້ອງສູງ. ຕໍ່ໄປ ຖ້າ ທ່ານ ລອງ ເບິ່ງກໍລະນີ ຂຽນ ແບບ "I to want study" ຜົນກໍ່ອາດຈະປະກົດອອກ ດັ່ງລຸ່ມນີ້. ຊິເຫັນວ່າ ມີ ແຕ່ 3 ຄົນ (ກໍລະນີ) ຂຽນແນວນີ້. ແນ່ນອນ ຄວາມເປັນໄປໄດ້ທີ່ ມັນຊິຜິດກໍ່ຕ້ອງສູງ.



ຂໍ້ມູນສ່ວນຫຼາຍ ຢູ່ ອິນເຕີເນັດ ກໍ່ແມ່ນ ຂໍ້ມູນເປັນໂຕໜັງສື ແລະ ເວົ້າໄປແລ້ວ ມັນກໍ່ແມ່ນ ປະໂຫຍກ ທີ່ ອາດຊິຖືກ ຫຼື ຜິດ ທີ່ ຂຽນ ໂດຍ ຄົນເປັນລ້ານໆ. ສະນັ້ນ ການຊອກເບິ່ງວ່າ ຜູ້ອື່ນ ຂຽນ ແນວໃດ ກໍ່ແມ່ນ ວິທີການ ກວດເບິ່ງວ່າ ການຂຽນແບບໃດໜຶ່ງອາດຈະຖືກຕ້ອງຫຼືບໍ່ໄດ້. ແນ່ນອນວ່າ ວິທີດັ່ງກ່າວນີ້ ຍັງໃຊ້ໄດ້ຍາກ ໃນ ກໍລະນີພາສາລາວ, ເພາະຍັງມີຄົນຂຽນເປັນພາສາລາວໜ້ອຍຢູ່, ແຕ່ ຕາມທີ່ຂ້າພະເຈົ້າ ກວດເບິ່ງແລ້ວ ພາສາທີ່ມີຄົນໃຊ້ໃນ ອິນເຕີເນັດຫຼາຍ ເຊັ່ນ ພາສາອັງກິດ, ພາສາຍີ່ປຸ່ນ ແມ່ນ ມີປະໂຫຍດຫຼາຍ.

4/08/2007

ວາລະສານພາສາລາວ

ໄດ້ເພີ່ມ ໝວດລິ້ງຄ໌ວາລະສານພາສາລາວ ແລະ ລິ້ງຫາ 2 ວາລະສານ, ທ່ານໃດສົນໃຈ ກະລຸນາກົດລິ້ງຄ໌ ຢູ່ ເບື້ອງຊ້າຍໂດຍກົງໄດ້ເດີ້!

3/28/2007

ອຸດສາຫະກຳບໍ່ແຮ່ຢູ່ລາວ

ພວມຄຶດຢູ່ວ່າຊິກາງລິ້ງຄ໌ຫາເພິ່ນບໍ(ເພາະເພິ່ນບໍ່ມີເວັບໄຊທ໌ເປັນພາສາລາວເທື່ອ)ສະນັ້ນ ຂໍອະນຸຍາດ ໃຫ້ຂໍ້ມູນກ່ຽວກັບ ອຸດສາຫະກຳບໍ່ແຮ່ ຢູ່ ລາວ. ຄຶດວ່າຫຼາຍໆທ່ານ ຄືຊິຮູ້ແລ້ວນໍວ່າ ອຸດສາຫະກຳດັ່ງກ່າວ ມີ ການຂະຫຍາຍໂຕໄວຫຼາຍນັບແຕ່ ລາວ ເລີ່ມສົ່ງອອກຄຳ ໃນ ປີ 2003 ມານີ້. ທ່ານ ທີ່ສົນໃຈ ຢາກໄດ້ຂໍ້ມູນເພີ່ມເຕີມ ສາມາດ ເຂົ້າເບິ່ງໄດ້ ຢູ່ ກົມທໍລະນີສາດ ແລະ ບໍ່ແຮ່(ເສຍດາຍທີ່ ເພີ່ນມີແຕ່ເນື້ອໃນເປັນ ພາສາອັງກິດ). ຫຼື ສຳຫຼັບ ທ່ານ ທີ່ຢາກຮູ້ວ່າ ມາຮອດປະຈຸບັນ ລາວໄດ້ສົງອອກຄຳຫຼາຍປານໃດ ພາຍໃຕ້ ສັນຍາແນວໃດນັ້ນ ອາດຈະສາມາດໄດ້ຂໍ້ມູນສ່ວນໃດສ່ວນໜຶ່ງ ຢູ່ ກິດຈະການບໍລິສັດໂອຊີອານາ ຢູ່ ລາວໄດ້.

3/14/2007

ກ່ຽວກັບ ລິ້ງຄ໌ ຫາ ເວັບໄຊ ພາສາລາວ

ໄລຍະຫຼັງນີ້ ບໍ່ມີເວລາຂຽນບົດຄວາມປານໃດ ແຕ່ກໍ່ພະຍາຍາມອັບເດດ ລິ້ງຄ໌ ຫາ ເວັບໄຊ ພາສາລາວ ຢູ່ ເບື້ອງຊ້າຍ ຂອງ ໜ້ານີ້ ຢູ່,ສະນັ້ນ ຖ້າມີຫຍັງໜ້າສົນໃຈ ກໍ່ເຊີນ ຊອກອ່ານເບິ່ງໄດ້ເດີ້. ຕ້ອງຂໍອະໄພ ຖ້າ ລິ້ງຂາດ ເພາະ ລິ້ງເວັບໄຊ ບ້ານເຮົານີ້ ຂາດເລື້ອຍ, ບໍ່ຕ່າງຫຍັງປານໃດກັບ ໂທລະສັບມືຖື. ສຳຫຼັບ ໄວຣັສ ຫຼື ສະປາຍແວ ນັ້ນ ກໍ່ໄດ້ກວດເບິ່ງ ກ່ອນກາງລິ້ງ ຢູ່ ແຕ່ ກໍ່ບໍ່ສາມາດຮັບປະກັນໄດ້ຕະຫຼອດເນາະ.

3/09/2007

ວາລະສານ ຈູດປະກາຍ

ວາລະສານພາສາລາວ ນີ້ ຫາອ່ານຍາກແທ້ໆ, ບໍ່ວ່າຊິແມ່ນ ແນວເປັນເຈ້ຍ ຫຼື ເທິງເວັບ. ມື້ນີ້ຂໍອະນຸຍາດ ແນະນຳ ວາລະສານພາສາລາວ ຊື່ ວ່າ "ຈູດປະກາຍ"(ຂໍໃຊ້ຄຳວ່າ "ຈູດ"ເພາະ ເຂົ້າໃຈວ່າ ຄຳວ່າ "ຈຸດ"ແມ່ນ ພາສາໄທ ໃນຄວາມໝາຍນີ້ ) ຈັດພິມໂດຍ ຢູເອັນດີພີ (UNDP)ປະຈຳລາວ ແລະ ມີເນື້ອໃນ ທີ່ ເນັ້ນໃສ່ ການພັດທະນາເປັນຫຼັກ. ທ່ານ ສາມາດເຂົ້າຫາ ວາລະສານດັ່ງກ່າວນີ້ ໄດ້ ຢູ່ http://www.undplao.org/newsroom/juthpakai.php ແລ້ວເລືອກເອົາ ລິ້ງຄ໌ ທີ່ວ່າ "Lao". ຂ້າງລຸ່ມນີ້ ແມ່ນ ໜ້າປົກ ຂອງ ສະບັບຫຼ້າສຸດ ຂອງເພິ່ນ. ທ່ານໃດມີຄວາມຮູ້ ຫຼື ສົນໃຈບັນຫາການພັດທະນາ ຢູ່ ລາວ ກໍ່ ຢ່າລືມ ຊອກເວລາ ສົ່ງບົດຄວາມໃຫ້ເພິ່ນແດ່ເດີ້.

3/07/2007

ການຊອກປຶ້ມ ທີ່ ສາມາດເບິ່ງເນື້ອໃນ ສ່ວນໜຶ່ງ ຫຼື ທັງໝົດໄດ້ກ່ອນ

ອັນນີ້ ບໍ່ແມ່ນວ່າ ສ້າງບລັອກ ຢູ່ ກູກໂກ້ ແລ້ວ ຊິໂຄສະນາ ແຕ່ ການບໍລິການ ຂອງ ກູກໂກ້ ແຕ່ ຂ້າພະເຈົ້າ ຄຶດວ່າ ການບໍລິການຟຣີ (ສຳຫຼັບຜູ້ໃຊ້ຊື່ໆເນາະ ເພາະ ເພິ່ນຫາລາຍໄດ້ທາງອື່ນເປັນຫຼັກ) ມີຫຼາຍອັນ ທີ່ ເປັນປະໂຫຍດ ແລະ ໜ້າສົນໃຈແທ້. ມື້ນີ້​ ຂໍຍົກ ການຄົ້ນຫາ ປຶ້ມ ຢູ່ google book search. ສິ່ງທີ່ ມັນແຕກຕ່າງກັບ ການຊອກປຶ້ມ ຢູ່ ເວບໄຊທີ່ ຂາຍປຶ້ມອອນລາຍ ໃຫຍ່ໆ ເຊັ່ນ ອາມາຊອນ ແລະອື່ນໆ​ ແມ່ນ ຢູ່ ບ່ອນອື່ນ ເວົ້າງ່າຍໆ ສ່ວນຫຼາຍ ຊິແມ່ນ ການຊອກຫາ "ຊື່" ຂອງ ປຶ້ມເທົ່ານັ້ນ, ແຕ່ ຢູ່ ກູກໂກ້ບຸກເສີດ ນີ້​ ມັນຈະຊອກ ທັງ "ຊື່" ແລະ "ເນື້ອໃນ" ຂອງ ປຶ້ມໄດ້ເລີຍ. ອັນນີ້ ມີ ປະໂຫຍດຫຼາຍ ຢູ່ ບ່ອນວ່າ ຊິສາມາດຮູ້ໄດ້ ກ່ອນວ່າ ປຶ້ມທີ່ຊິຊື້ນັ້ນ ມີ ເນື້ອໃນທີ່ທ່ານ ຊອກຫາແທ້ຫຼືບໍ່. ສຸພາສິດພາສາອັງກິດ ເພີ່ນກໍ່ຍັງວ່າ "ຢ່າຕີລາຄາ ປຶ້ມຕາມໜ້າປົກມັນ", ຂ້າພະເຈົ້າຄຶດວ່າ ຄືຊິແມ່ນຄວາມເພິ່ນແທ້ ເພາະ ມາຮອດດຽວນີ້ ປະສົບການ ທີ່ວ່າ ເຫັນ ໜ້າປົກງາມ ແຕ່ ບາດ ຊື້ມາອ່ານແລ້ວ ຂຽນເລື້ອງທີ່ຕົນເອງຢາກຮູ້ໜ້ອຍດຽວນັ້ນ ນັບບໍ່ຖ້ວນ.
ທ່ານ ສາມາດເລືອກ ຊອກຫາສະເພາະ ປຶ້ມ ທີ່ສາມາດເບິ່ງເນື້ອໃນທັງໝົດ ອອນລາຍໄດ້ເລີຍ ຫຼື ລວມທັງປຶ້ມ ເບິ່ງໄດ້ແຕ່ສ່ວນໜຶ່ງໄດ້ ດັ່ງໃນຮູບ.



ຂ້າ ພະເຈົ້າ ລອງ ຊອກຄຳວ່າ "phoumi" ເບິ່ງ ແລະ ຕົກໃຈຫຼາຍ ທີ່ ມີຮອດປຶ້ມ ທີ່ ຂຽນເປັນພາສາລາວ ເຊັ່ນ



ແລະ ບໍ່ພໍເທົ່ານັ້ນ ເມື່ອ ເບິ່ງ ຜົນການຊອກ ຂອງ ປຶ້ມທີ່ເປັນພາສາອັງກິດ ແລ້ວ ເພິ່ນມີຮອດ ແຜນທີ່ ຂອງ ສະຖານທີ່ ທີ່ ມີການເວົ້າເຖິງ ໃນປຶ້ມໃຫ້ອີກ!! ທ່ານ ສາມາດ ເຂົ້າຫາ googl book search ໄດ້ ຢູ່ http://books.google.com/ ຫວັງວ່າ ຊິເປັນປະໂຫຍດ ຕໍ່ ທ່ານຜູ້ອ່ານບໍ່ຫຼາຍ ກໍ່ໜ້ອຍ.

3/05/2007

ການຊອກ ນໍ້າເບີໂທລະສັບ ຢູ່ ລາວ

ຄວາມຈິງກໍ່ຢາກສະເໜີແຕ່ ເວັບໄຊທ໌ ທີ່ຂຽນເປັນພາສາລາວ ແຕ່ ມື້ນີ້ ຂໍອະນຸຍາດ ແນະນຳອັນທີ່ຂຽນເປັນ ພາສາອັງກິດ ເພາະ ຄຶດວ່າມັນຄົງຊິມີປະໂຫຍດ ກັບ ຫຼາຍໆທ່ານ. ບໍ່ແນ່ໃຈຄືກັນວ່າ ມັນແມ່ນ ເວັບໄຊທ໌ ເປັນທາງການ ຂອງ ປຶ້ມໜ້າຄຳ (ຕາມທີ່ເອີ້ນກັນຢູ່ລາວ) ແທ້ຫຼືບໍ່ ແຕ່ ທ່ານ ສາມາດຄົ້ນຫາ ເບີໂທລະສັບ ຕ່າງໆ ຢູ່ ລາວໃນ ເວັບໄຊທ໌ http://www.laoyp.com/ ນີ້ໄດ້.

2/21/2007

ການກວດເບິ່ງວ່າ ເວັບໄຊ ໃດໜຶ່ງມີຊອຟແວທີ່ມີບັນຫາຫຼືບໍ່


ຂ້າພະເຈົ້າຫາກໍ່ລຶບ ລິ້ງຄ໌ ຫາ ເວັບໄຊ ໜັງສືພິມ ໜຶ່ງຢູ່ລາວ ເພາະມີລາຍງານ ວ່າ ເວັບໄຊນັ້ນ ອາດຈະຕິດໄວຣັສ, ສະປາຍແວ ຫຼື ຊອຟແວມີບັນຫາອື່ນໆ​ ທີ່ອາດຈະກໍ່ໃຫ້ເກີດ ຄວາມເສຍຫາຍ ຕໍ່ ຄອມພິວເຕີ ຂອງ ຜູ້ເຂົ້າຫາ ໄດ້. ຂໍຖືໂອກາດ ສະເໜີວິທີກວດສອບ ເບິ່ງວ່າ ເວັບໄຊໃດໜຶ່ງມີບັນຫາຫຼືບໍ່. ທ່ານ ສາມາດ ໄປ http://www.stopbadware.org/home/help ເພື່ອກວດເບິ່ງວ່າ ເວັບໄຊນັ້ນ ຢູ່ໃນ ລາຍຊື່ເວັບໄຊທີ່ມີບັນຫາຫຼືບໍ່ ດັ່ງໃນຮູບ.
ຫຼື ອີກວິທີໜຶ່ງ ກໍ່ ພິມ ຊື່ເວັບໄຊ ນັ້ນ ໃສ່ ຈັກຄົ້ນຫາ ທີ່ມີຊື່ສຽງ ເຊັ່ນ google.com ໂດຍກົງເລີຍກໍ່ໄດ້, ສຳຫຼັບ ເວັບໄຊ ທີ່ມີບັນຫາ ກໍ່ຈະມີຄຳເຕືອນອອກມາໂລດ. ແຕ່ຢາກໃຫ້ເຂົ້າໃຈຕື່ມອີກວ່າ ການກວດສອບນີ້ບໍ່ແມ່ນ 100% ສະນັ້ນ ເຖິງຈະບໍ່ມີ ຄຳເຕືອນ ກໍ່ບໍ່ໄດ້ໝາຍຄວາມວ່າ ບໍ່ມີບັນຫາ.

2/20/2007

ການຂຽນໂປຣກຣາມ ພາສາ ຈາວາສະກຣິບ (javascript)

ມື້ນີ້ ຊິຂໍແນະນຳ ການຂຽນໂປຣກຣາມ ພາສາ ຈາວາສະກຣິບ (javascript). ຫຼາຍຄົນຄືຊິເຄີຍໄດ້ຍິນ ກ່ຽວກັບ ໂປຣກຣາມພາສາ ຕ່າງ ໃນ ຄອມພິວເຕີ ທີ່ ດັງໆ ເຊັ່ນ ພາສາ basic, c, pascal, java, javascript ເປັນຕົ້ນ. ພາສາເຫຼົ່ານີ້​ ໂດຍ ທົ່ວໄປ ຊິສາມາດແບ່ງອອກໄດ້ ເປັນ 2 ປະເພດໃຫຍ່ໆ ຄື ປະເພດ ທີ່ ຕ້ອງມີການຄອມພາຍ (compile) ຫຼື ແປ ຈາກ ພາສາທີ່ຄ້າຍກັບ ພາສາອັງກິດ ທີ່ຄົນພໍຊິອ່ານເຂົ້າໃຈໄດ້ (ເຊັ່ນ ພາສາ C) ແລະ ທີ່ບໍ່ຈຳເປັນ ຕ້ອງ ຄອມພາຍ ທີ່ ມັນຖືກ ເອີ້ນກັນວ່າ ແມ່ນ ພາສາສະກຣິບ (script language). ພາສາສະກຣິບ ທີ່ ຈະແນະນຳໃຫ້ຮູ້ ໃນມື້ນີ້ ມີ 2 ຈຸດ ທີ່ດີກ່ວາ ພາສາ ອື່ນໆໃດ ນັ້ນແມ່ນ (1) ຟຣີ, (2) ເກືອບວ່າບໍ່ຈຳເປັນຕ້ອງຕິດຕັ້ງຫຍັງ ອີກໃສ່ ຄອມພິວເຕີ ທີ່ ຊື້ມາແລະມີ OS ຢູ່ແລ້ວ. ແນ່ນອນວ່າ ທາງດ້ານ ເຕັກນິກ ໂປຣແກຣມພາສາແຕ່ລະອັນ ກໍ່ຊິມີ ຈຸດດີຈຸດອ່ອນ ຂອງໃຜມັນ ແຕ່ ຖ້າ ທ່ານ ບໍ່ໄດ້ຄິດວ່າ ຊິ ຂຽນໂປຣແກຣມ ຂາຍ ເປັນອາຊີບ ຫຼື ຫາກໍ່ເລີ່ມຮຽນ ຂຽນ ໂປຣແກຣມພາສານັ້ນ ຄຶດວ່າ ຈາວາສະກຣິບ ຄືຊິບໍ່ແມ່ນ ທາງເລືອກທີ່ຜິດ.

ສິ່ງທີ່ຈຳເປັນ
(1) ຄອມພິວເຕີ (ທີ່ເປີດໃຊ້ວຽກໄດ້) ແລະ OS (ຄຶດວ່າ ຢູ່ ບ້ານເຮົາສ່ວນຫຼາຍຄື ຊິມີ ວິນໂດສວິສຕາ ຢູ່ແລ້ວ).
(2) ປຶ້ມກ່ຽວກັບ ພາສາ ຈາວາສະກຣິບ ຫຼື ຊອກດາວໂຫຼດເອົາຕາມ ເນັດ ແບບບໍ່ເສຍຄ່າກໍ່ໄດ້.

ວິທີຂຽນ (ທີ່ງ່າຍທີ່ສຸດ. ກໍລະນີ OS ແມ່ນ ວິນໂດສ ສະບັບໃດໜຶ່ງ)
(1) ເປີດ ໂນດແພັດ start->programs->accessory->notepad
(2) ຂຽນ ຂັ້ນຕອນ ການປະຕິບັດງານ ໃສ່ ຕາມຫຼັກໄວຍະກອນ ພາສາຈາວາສະກຣິບ ແລ້ວ ບັນທຶກ ໄຟລ໌ ນັ້ນ ໂດຍ ໃສ່ ນາມສະກຸນ ເປັນ .html
(3) ກົດ ໄອຄອນ (icon) ຂອງ ໄຟລ໌ນັ້ນ ສອງບາດ ໂປຣແກຣມ ທ່ານ ກໍ່ຈະເລີ່ມປະຕິບັດງານໂລດ!!


ທ່ານ ທີ່ ສາມາດອ່ານ ພາສາອັງກິດ ສາມາດ ເບິ່ງ ບົດສອນພາສາຈາວາສະກຣິບ ຟຣີ ໄດ້ ຢູ່ http://www.w3schools.com/js

2/15/2007

ສ້າງເອກະສານແບບ ເວີດ (Word) ຫຼື ເອັກເຊລ (Excel) ໂດຍ ບໍ່ຕ້ອງ ຊື້ ໄມໂຄຣຊອຟອອຟຟິສ (Microsoft Office) ກໍ່ໄດ້!!

ມື້ນີ້​ ຊິຂໍສະເໜີ ບໍລິການຟຣີ ອີກອັນໜຶ່ງ ຂອງ ກູກໂກ້ (google). ຄຶດວ່າ ເກືອບທຸກໆທ່ານ ທີ່ ໃຊ້ຄອມພິວເຕີ ເປັນປະຈຳ ຄົງ ຈະຊິນເຄີຍ ກັບ ການໃຊ້ ເວີດ ຫຼື ເອກເຊລ ຂອງ ໄມໂຄຣຊອຟ ໃນ ການສ້າງເອກະສານ ຫຼື ຕາຕະລາງຄິດໄລ່ ຢູ່ແລ້ວ. ແມ່ນ ຢູ່ ວ່າ ໂປຣແກຣມ ເຫຼົ່ານີ້ ມີປະໂຫຍດຫຼາຍ ແຕ່ ບັນຫາໃຫຍ່ທີ່ສຸດ ຂອງ ມັນແມ່ນ ລາຄາແພງໂພດ, ປະຈຸບັນ ຢູ່ບ້ານເຮົາເລື້ອງລາຄາ ແພງນີ້ ຍັງບໍ່ເປັນບັນຫາ ເພາະ ສ່ວນຫຼາຍຍັງໃຊ້ ສະບັບກອບປີ້ແບບຜິດກົດໝາຍຢູ່ ແຕ່ ຄຶດວ່າ ໃນອານາຄົດອັນໃກ້ນີ້​ ມັນຄືຊິບໍ່ເປັນ ແນວນັ້ນ ອີກແລ້ວ ເພາະວ່າ ແມ່ນແຕ່ ຢູ່ ປະເທດຂ້າງຄຽງ ເຊັ່ນ ຢູ່ ໄທ ດຽວນີ້​ອົງກອນລັດ ຄືວ່າ ໃຊ້ ສະບັບກອບປີ້ບໍ່ໄດ້ແລ້ວ. ບໍລິການຂອງ ກູກໂກ້ ນີ້​ ໃຊ້ຟຣີ, ບັນທຶກໄດ້ຟຣີ ເທິງເນັດ ໝາຍຄວາມວ່າ ຖ້າ ມີ ຄອມພິວເຕີ ຕໍ່ອິນເຕີເນັດໄດ້ ຊິແມ່ນ ໜ່ວຍຢູ່ບ້ານ, ຢູ່ຫ້ອງການ ຫຼື ຢູ່ ອິນເຕີເນັດກາເຟ ກໍ່ເຂົ້າຫາ ເອກະສານ, ຕາຕະລາງ ທີ່ຕົນເອງສ້າງໄດ້ໝົດ. ແນ່ນອນວ່າ ຖ້າຢາກ ບັນທຶກໃສ່ ຮາດດິສ (hard disk) ຂອງ ຕົນເອງ ກໍ່ບໍ່ມີບັນຫາ ເພາະ ມັນສາມາດ ບັນທຶກ ໃສ່ ຮາດດິສ ໃນຄອມພິວເຕີ ຕົນເອງ ໄດ້ ໃນ ຟອກມັດ (format) ແບບ html (ແບບໂຮມເພຈ), ເວີດ , ໂອເພີນອອຟຟິສ (open office) ຫຼື ແມ່ນແຕ່ PDF (ທີ່ ເບິ່ງຢູ່ໃສກໍ່ໄດ້) ກໍ່ໄດ້. ມາຮອດນີ້ ເວົ້າແຕ່ຈຸດດີ ແນ່ນອນວ່າ ມັນກໍ່ມີຈຸດອ່ອນເຊັ່ນກັນ ເຊັ່ນ ຕ້ອງສາມາດຕໍ່ອິນເຕີເນັດ ດ້ວຍ ຄວາມໄວສູງ ຈຶ່່ງຈະໃຊ້ສະດວກ, ອາດຈະມີບັນຫາເລື້ອງຄວາມປອດໄພ ຖ້າ ເອົາເອກະສານ ທີ່ສຳຄັນ ບັນທຶກໄວ້ເທິງເນັດ ແລະອື່ນໆ. ຈັງໃດກໍ່ຟຣີຢູ່ແລ້ວ ລອງໃຊ້ເບິ່ງ ແລ້ວ ຊ່ອຍກັນຕິຊົມກໍ່ໄດ້ເດີ້. ສາມາດເຂົ້າຫາໄດ້ຈາກ http://www.google.com/intl/en/options/ ແລ້ວເລືອກ Docs & Spreadsheets,






ອັນນີ້​ແມ່ນ ຕົວຢ່າງເອກະສານ ຂຽນ ເປັນພາສາລາວ ຄຶດວ່າ ອັນໃດເວີດເຮັດໄດ້ ກໍ່ຄົງຊິເຮັດໄດ້ເກືອບໝົດ.

2/07/2007

ແຜນທີ່ກູກໂກ້ (Google Maps)

ມື້ນີ້ ຊິຂໍສະເໜີ ບໍລິການ ຊອກ ແລະ ເບິ່ງ ແຜນທີ່, ຮູບຖ່າຍຈາກດາວທຽມ ແລະ ຮູບຖ່າຍທາງອາກາດ ໂດຍ ກູກໂກ້ (Google). ທ່ານ ສາມາດ ເຂົ້າຫາມັນ ໄດ້ ຢູ່ http://www.google.com/maps ຫຼື ຊິເຂົ້າ ຈາກໜ້າຫຼັກ ຂອງ ກູກໂກ້ ກໍ່ໄດ້. ຕົວຢ່າງ ຖ້າ ຂຽນ ຄຳວ່າ vientiane ໃສ່, ແລະ ເລືອກເອົາ "Hybrid" (ພາບປະສົມປະສານ) ກໍ່ຈະສາມາດ ເຫັນ ຮູບຖ່າຍທາງອາກາດ ທີ່ ຊັດເຈນ ສົມຄວນ ຂອງ ນະຄອນຫຼວງວຽງຈັນ. ລອງ ຊອກເບິ່ງເດີ້ວ່າ ບ້ານຂ້ອຍ ບ້ານເຈົ້າ ຢູ່ໃສ! ຢູ່ ຍີ່ປຸ່ນ ນີ້ ເວລາ ຢາກ ຮູ້ວ່າ ຢູ່ ໃກ້ ທີ່ຢູ່ໃດໜຶ່ງ ມີຫຍັງແດ່, ບ້ານເຮືອນ, ຕຶກອາຄານ ມີແນວໃດແດ່ ກໍ່ມັກໃຊ້ບໍລິການນີ້ ເພາະ ຂຽນທີ່ຢູ່ໃສ່ ກໍ່ຈະເຫັນລະອຽດ ຮອດ ບ້ານເລກທີ ໂລດ (ສ່ວນຫຼາຍ).


2/06/2007

ການໃຊ້ພາສາລາວ ໃນ ວິນໂດສວິສຕາ (windows vista)

ຂ່າວດີ ສຳລັບ ທ່ານ ທີ່ບໍ່ຢາກ ຕິດຕັ້ງໂປຣແກຣມ ອື່ນ ໃນ ຄອມພິວເຕີ ຂອງ ຕົນເອງ ເພື່ອ ຂຽນ ແລະ ອ່ານ ພາສາລາວ. ໃນ OS (Operating System: ລະບົບປະຕິບັດງານ) ອອກໃໝ່ ສຸດ ຂອງ ໄມໂຄຣຊອຟ ນັ້ນ ສາມາດຂຽນ ແລະ ອ່ານ ພາສາລາວໄດ້ເລີຍ ໂດຍ ພຽງແຕ່ ຕ້ອງ ຕື່ມ(add) ການພິມພາສາລາວ ໃສ່ ຈາກ ຄອນໂທຣປາເນລ (control panel: ກະດານຄວບຄຸມ) ເທົ່ານັ້ນ. ປະເພດ ໂຕໜັງສື ນັ້ນ ມີຫຼາຍແບບ ແຕ່ ຢາກໃຫ້ເລືອກໃຊ້ Petsarath OT ຫຼື ອັນອື່ນກໍ່ໄດ້ ທີ່ ມີ OT ຢູ່ ທາງຫຼັງ ມັນຈຶ່ງຈະບໍ່ມີບັນຫາ ເວລາເບິ່ງ ໃນລະບົບປະຕິບັດງານອື່ນ.

12/21/2006

ຂໍ້ມູນ,ບົດລາຍງານກ່ຽວກັບເສດຖະກິດລາວ ທີ່ ດາວໂຫຼດຟຣີໄດ້

ເນື່ອງຈາກວ່າ ສິ່ງພິມ ບໍ່ວ່າຈະກ່ຽວກັບດ້ານໃດ ຢູ່ ປະເທດລາວກໍ່ຍັງ ບໍ່ມີຫຼາຍເທົ່າທີ່ຄວນເທື່ອ ສະນັ້ນ ອິນເຕີເນັດ ອາດຈະເປັນ ແຫຼ່ງຂໍ້ມູນທີ່ສຳຄັນ ສຳລັບຜູ້ທີ່ສົນໃຈ ຢາກຄົ້ນຄ້ວາ ຫຼື ພຽງແຕ່ຢາກຊອກຮູ້ ບາງຂໍ້ມູນ ກ່ຽວກັບ ເສດຖະກິດ ຂອງ ປະເທດລາວນັ້ນໄດ້. ມື້ນີ້ ຂ້າພະເຈົ້າ ຈະແນະນຳ 2 ເວັບໄຊ ທີ່ ທ່ານສາມາດເບິ່ງ ແລະ ດາວໂຫລດ ສະຖິຕິ ລວມທັງ ບົດລາຍງານ ກ່ຽວກັບເສດຖະກິດລາວ ໂດຍບໍ່ເສຍຄ່າ. ອັນທີທຳອິດ ແມ່ນ ຢູ່ http://adb.org/Economics/ ຂອງ ທະນາຄານພັດທະນາອາຊີ . ຢູ່ນີ້ ຈະມີທັງ ບົດລາຍງານ ແລະ ສະຖິຕິທີ່ສາມາດດາວໂຫຼດໄດ້ ແຕ່ ອັນທີ່ໜ້າສົນໃຈກ່ວາໝູ່ ຄື ຊິແມ່ນ KI (Key Indicators ຫຼື ໂຕຊີ້ບອກຫຼັກ) ທີ່ ສາມາດເຂົ້າຫາໄດ້ ຈາກ ປຸ່ມ KI2006 ຢູ່ ເບື້ອງຊ້າຍ ຫຼື ຈາກ ລິ້ງນີ້. ອັນທີສອງ ແມ່ນ ບັນດາບົດລາຍງານ ຂອງ ກອງທຶນການເງິນສາກົນ (IMF) ຢູ່ http://www.imf.org/external/pubind.htm. ໃນນີ້ ອັນທີ່ໜ້າສົນໃຈ ທີ່ສຸດອັນໜຶ່ງ (ສອງອັນ?) ຄຶຊິແມ່ນ working paper (ບົດລາຍພວມຂຽນ) ແລະ country report (ບົດລາຍງາຍປະເທດ)ຢູ່ ເບື້ອງຂວາ ທາງລຸ່ມໜ້ອຍໜຶ່ງ. ທັງສອງນີ້ ແມ່ນ ສະຖາບັນການເງິນສາກົນ ທີ່ ໃຫ້ການ ຊ່ອຍເຫຼືອ, ປ່ອຍກູ້ຕໍ່ ປະເທດລາວເປັນຫຼາຍຮູບແບບ ໃນໄລຍະຜ່ານມາ, ສະນັ້ນ ຂໍ້ມູນທີ່ເຂົາເຈົ້າ ທຳການເປີດເຜີຍ ກໍ່ຄົງ ຈະອີງໃສ່ ສິ່ງທີ່ລັດຖະບານລາວ ສະໜອງໃຫ້ ບໍ່ຫຼາຍກໍ່ໜ້ອຍ. ແຕ່ ຢາກຂໍໃຫ້ທ່ານຜູ້ສົນໃຈ ນຳໃຊ້ມັນ ຢ່າງລະມັດລະວັງ ເພາະ ຂໍ້ມູນລັກສະນະແນວນີ້ ຂອງ ປະເທດພວມພັດທະນານັ້ນ ບໍ່ວ່າຊິແມ່ນ ຂອງປະເທດໃດ ກໍ່ຄືຊິບໍ່ຊັດເຈນປານໃດຄືກັນ. ອັນນີ້ ຄຶດວ່າບໍ່ແມ່ນ ແຕ່ບັນຫາວ່າ ຢາກເປີດເຜີຍຫຼືບໍ່ ເພາະເບິ່ງແລ້ວ ຫຼາຍໆປະເທດ ທີ່ພວມພັດທະນານັ້ນ ເຖິງຈະຢາກເກັບກຳໃຫ້ມັນຊັດເຈນ ກໍ່ຄົງຈະເຮັດໄດ້ຍາກ.

12/20/2006

ການແປແບບອັດຕະໂນມັດທາງອິນເຕີເນັດ

ເຄື່ອງມື ທີ່ສາມາດໃຊ້ໄດ້ຟຣີຢູ່ ອິນເຕີເນັດ ທີ່ຈະເອົາມາເວົ້າສູ່ມື້ນີ້ ແມ່ນ ການແປແບບອັດຕະໂນມັດ. ຢູ່ ອິນເຕີເນັດ ມີ ຫຼາຍໆເວັບໄຊ ຫຼື ໂຮມເພຈ໌ ທີ່ ຜູ້ໃຊ້ ສາມາດ ພິມປະໂຫຍກ ເປັນພາສາໜຶ່ງ ແລ້ວເລືອກ ໃຫ້ ມັນແປ ເປັນພາສາອື່ນ ແບບອັດຕະໂນມັດໄດ້. ແນ່ນອນວ່າ ມັນຈະບໍ່ແມ່ນ ການແປ ທີ່ມີຄວາມຊັດເຈນ 100 ເປີເຊັນ ແຕ່ ສຳລັບ ປະໂຫຍກງ່າຍໆສັ້ນໆ ຫຼື ຜູ້ທີ່ມີຄວາມຮູ້ ຕໍ່ກັບ ພາສາທີ່ຢາກທຳການແປນັ້ນ ໃນ ລະດັບໃດໜຶ່ງແລ້ວ ມັນກໍ່ອາດຈະເປັນ ເຄື່ອງມື ທີ່ໃຊ້ໄດ້ພໍສົມຄວນ. ຈະຂໍຍົກຕົວຢ່າງ ບາງ ເວັບໄຊ ທີ່ໃຫ້ ບໍລິການ ແປແບບອັດຕະໂນມັດນີ້ ເຊັ່ນ http://www.google.com/language_tools?hl=lo ທີ່ ມີຄຳອະທິບາຍ ເປັນພາສາລາວເລີຍ ຫຼື http://world.altavista.com/ ເປັນຕົ້ນ. ຫວັງວ່າ ຈະເປັນປະໂຫຍດ ແກ່ທ່ານຜູ້ອ່ານ ບໍ່ຫຼາຍກໍ່ໜ້ອຍ.

11/30/2006

ຫຼັກສູດເປີດ (OCW)

ດັ່ງທີ່ຮູ້ກັນຢູ່ແລ້ວວ່າ ອິນເຕີເນັດ ປຽບເໝືອນ ມະຫາສະໝຸດແຫ່ງ ຂໍ້ມູນຂ່າວສານ. ແນ່ນອນວ່າ ມັນມີຫຼາຍໆສິ່ງທີ່ ຜູ້ອ່ານ ຈະສາມາດຮຽນຮູ້ໄດ້ ຈາກ ການທ່ອງເວັບ ແຕ່ ສິ່ງທີ່ ຂ້າພະເຈົ້າ ຈະນຳມາສະເໜີ ໃນມື້ນີ້ ໂດຍທີ່ ຄຶດວ່າ ມັນຄົງຈະ ເປັນປະໂຫຍດ ບໍ່ຫຼາຍກໍໜ້ອຍ ສຳລັບ ບັນດາ ນັກສຶກສາ ແລະ ຜູ້ໄຝ່ຮູ້ ທັງຫຼາຍ ແມ່ນ Open Courseware (OCW) ທີ່ອາດຈະແປ ເປັນພາສາລາວ ໄດ້ວ່າ ຫຼັກສູດເປີດ. ຫຼັກສູດເປີດ ນີ້ ແມ່ນ ຂະບວນການທີ່ ບັນດາມະຫາວິທະຍາໄລ ໃນໂລກ ທຳການເປີດເຜີຍ ເນື້ອໃນ ການສອນ ຢູ່ ໂຮງຮຽນຕົນເອງ ຕໍ່ ສາທາລະນະ ໂດຍຜ່ານ ທາງອິນເຕີເນັດ. ເນື້ອໃນການສອນ ທີ່ ຜູ້ທ່ອງເວັບ ຈະສາມາດ ເຂົ້າຫາໄດ້ນັ້ນ ຈະແຕກຕ່າງກັນໄປຕາມ ມະຫາວິທະຍາໄລ ເຊິ່ງຈະ ລວມມີ ແຕ່ ເອກະສານ ທີ່ແຈກຢາຍ ໃນຊົ່ວໂມງສອນ, ບັນທຶກສຽງ ບັນທຶກພາບ ການສິດສອນ ຮອດ ສິ່ງອື່ນໆ ທີ່ກ່ຽວຂ້ອງກັບ ການສິດສອນຕົວຈິງ. ສຳລັບ ທ່ານ ທີ່ສົນໃຈ ສາມາດ ເລີ່ມຈາກ http://www.ocwconsortium.org/ ບ່ອນທີ່ ທ່ານຈະສາມາດ ໄປຕໍ່ຫາ ໜ້າ OCW ຂອງ ບັນດາ ມະຫາວິທະຍາໄລ ທີ່ ມີຊື່ສຽງໃນໂລກໄດ້.

11/25/2006

ການຊື້ປຶ້ມທາງອິນເຕີເນັດ

ປະຈຸບັນ ການຊື້ ປຶ້ມ, ຊີດີເພງ ໜັງ ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທາງອິນເຕີເນັດ ແມ່ນ ສິ່ງທີ່ ແຜ່ຫຼາຍແລ້ວ ຢູ່ ປະເທດ ທີ່ພັດທະນາ ທາງດ້ານອິນເຕີເນັດ ເຊັ່ນ ອາເມລິກາ, ຍີ່ປຸ່ນ ແລະ ສະຫະພາບເອີຣົບ. ສຳລັບ ການຊື້ປຶ້ມ, ເວັບໄຊ ຂາຍປຶ້ມ ທາງອິນເຕີເນັດ ທີ່ມີຊື່ສຽງທີ່ສຸດ ຄົງຈະແມ່ນ ຢູ່ http://www.amazon.com . ຢູ່ ອາມາຊອນ ນອກຈາກ ຈະສາມາດ ສັ່ງຊື້ປຶ້ມ ແລະ ສິນຄ້າໃໝ່ອື່ນໆໄດ້ ທ່ານ ຍັງສາມາດ ໂຄສະນາ ຂາຍ ປຶ້ມ, ສິນຄ້າເກົ່າ ທີ່ທ່ານໃຊ້ແລ້ວ ໄດ້ອີກ. ແຕ່ ທ່ານ ຕ້ອງມີ ບັດເຄຣດິດ ຈຶ່ງຈະສາມາດສັ່ງຊື້ ປຶ້ມ ແລະ ສິນຄ້າອື່ນໆ ຈາກ ອາມາຊອນ ຢ່າງສະດວກ.

ຢູ່ ລາວ ທ່ານ ສາມາດເຮັດ ບັດເຄຣດິດໄດ້ ຢູ່ ທະນາຄານຕ່າງໆ ເຊັ່ນ ທະນາຄານຮ່ວມພັດທະນາ (Joint Development Bank) , ທະນາຄານພັບບລິກ (Plublic Bank) ເປັນຕົ້ນ.

11/24/2006

ການຊອກຂໍ້ມູນທາງອິນເຕີເນັດເປັນພາສາລາວ

ເຖິງວ່າ ການຮຽນຮູ້ວິທີການຊອກຫາ ຂໍ້ມູນ ຢູ່ ອິນເຕີເນັດ ບໍ່ແມ່ນສິ່ງງ່າຍ ເຊິ່ງ ຕ້ອງເວລາ ໃນການທົດລອງ ແລະ ຮຽນຮູ້ ຈາກປະສົບການ, ແຕ່ ເຄື່ອງມື ທີ່ສາມາດໃຊ້ໄດ້ ເກືອບເວົ້າໄດ້ວ່າ ມີ ແຕ່ ສິ່ງດຽວ, ນັ້ນ ແມ່ນ ຈັກຄົ້ນຫາ (search engine). ຢູ່ ອິນເຕີເນັດ ຈະມີຈັກຄົ້ນຫາ ເປັນຈຳນວນຫຼວງຫຼາຍ ແຕ່ ນ້ອຍ ຫາ ໃຫຍ່ (ຈຳນວນຂໍ້ມູນ ໃນຖານຂໍ້ມູນ) ແລະ ທີ່ກວມ ສະເພາະຂະແໜງ ຫຼື ທົ່ວໄປ. ອັນທີ່ມີ ຖານຂໍ້ມູນກ້ວາງ ແລະ ທີ່ ຖືກນຳໃຊ້ກັນ ແຜ່ຫຼາຍທີ່ສຸດ ຄົງ ຈະມີ

(1) http://www.google.com

(2) http://www.yahoo.com

(3) ແລະອື່ນໆ

ໃນນີ້ ຈັກຄົ້ນຫາ ທີ່ສາມາດຊອກຫາ ຂໍ້ມູນ ເປັນພາສາລາວ ໄດ້ນັ້ນ ປະຈຸບັນ ຄົງຈະມີແຕ່ google ທີ່ ເຮັດວຽກ ໃນລະດັບ ພໍໃຊ້ໄດ້ ໃນຕົວຈິງ. ວິທີການຊອກຫາຂໍ້ມູນ ເປັນພາສາລາວ ນັ້ນ ທ່ານ ສາມາດ ພິມຄຳສັບ ພາສາລາວ ໃສ່ ຊ່ອງ ຄຳສັບ ແລ້ວ ກົດປຸ່ມ search (ຊອກຫາ) ຢູ່ google.com ທີ່ມີຄຳອະທິບາຍສະແດງ ເປັນພາສາໃດກໍໄດ້ ດັ່ງລຸ່ມນີ້

ຄຳອະທິບາຍສະແດງ ສາມາດ ປ່ຽນໃຫ້ເປັນຫຼາຍໆ ພາສາ ໄດ້ ໂດຍ ກົດ ເຄື່ອງມືທາງດ້ານພາສາ ແລ້ວ ເລືອກຕັ້ງ ຄ່າ ຕາມທາງເລືອກ ທີ່ ມີໄວ້ໃຫ້. ຢ່າລືມວ່າ ທ່ານຕ້ອງຕັ້ງ font code ຂອງທ່ານ ໃຫ້ເປັນ unicode ເພື່ອໃຫ້ສາມາດ ຊອກຫາຂໍ້ມູນ ເປັນ ພາສາລາວ ຢ່າງຖືກຕ້ອງ.








ວິທີການຕັ້ງ font code ໃຫ້ເປັນ unicode ສຳລັບ ຜູ້ທີ່ໃຊ້ LSWIN ໃນການພິມພາສາລາວ ແມ່ນ ກົດປຸ່ມເບື້ອງຂວາ ຂອງ ເມົາສ໌ (mouse) ເລື່ອນໄປເລືອກ font codes ແລ້ວ ເລື່ອນໄປເລືອກ unicode ດັ່ງລຸ່ມນີ້ ແລ້ວ ເລືອກໃຊ້ font ທີ່ ລົງທ້າຍດ້ວຍ unicode ຫຼື OT ໃດກໍ່ໄດ້.

ວຽງລາວ

ທົດລອງ...