ມື້ນີ້ ກໍ່ບໍ່ມີຫຍັງຫຼາຍ, ຊອກເຫັນ ສິ່ງພິມເປັນພາສາລາວ ຢູ່ ເທິງເນັດ ແລ້ວ ກໍ່ຢາກແນະນຳ ມັນຕໍ່ ໃຫ້ ທ່ານຜູ້ອ່ານ ຕາມເຄີຍ. ໂຄງການຄຸ້ມຄອງປ່າໄມ້ ແລະ ສົ່ງເສີມຊາວບ້ານ (ໂຟຄອມ) ເພິ່ນ ຈັດພິມ ຈົດໝາຍເຫດເປັນພາສາລາວ (ຕາມເບິ່ງຄືຊິແມ່ນ ແປຈາກພາສາຍີ່ປຸ່ນ ເພາະ ສະບັບພາສາຍີ່ປຸ່ນ ມີ ຮອດ ຕົ້ນປີ 2007 ແລ້ວ ແຕ່ ພາສາລາວ ຫາກໍ່ຊິຮອດ ຕົ້ນປີ 2006) ເປັນ ໄລຍະ ທ່ານ ໃດສົນໃຈ ສາມາດເຂົ້າໄປ ເບິ່ງໄດ້ ທີ່ http://forcom-laos.sakura.ne.jp/newsletter-en.htm. ສະບັບພາສາລາວ ຫຼ້າສຸດ ຂອງ ເພິ່ນ ແມ່ນ http://forcom-laos.sakura.ne.jp/NEWS_LETTER_VOL14L.pdf.
Showing posts with label ບົດລາຍງານ. Show all posts
Showing posts with label ບົດລາຍງານ. Show all posts
6/01/2007
ຈົດໝາຍເຫດ ຂອງ ໂຄງການໂຟຄອມ
ມື້ນີ້ ກໍ່ບໍ່ມີຫຍັງຫຼາຍ, ຊອກເຫັນ ສິ່ງພິມເປັນພາສາລາວ ຢູ່ ເທິງເນັດ ແລ້ວ ກໍ່ຢາກແນະນຳ ມັນຕໍ່ ໃຫ້ ທ່ານຜູ້ອ່ານ ຕາມເຄີຍ. ໂຄງການຄຸ້ມຄອງປ່າໄມ້ ແລະ ສົ່ງເສີມຊາວບ້ານ (ໂຟຄອມ) ເພິ່ນ ຈັດພິມ ຈົດໝາຍເຫດເປັນພາສາລາວ (ຕາມເບິ່ງຄືຊິແມ່ນ ແປຈາກພາສາຍີ່ປຸ່ນ ເພາະ ສະບັບພາສາຍີ່ປຸ່ນ ມີ ຮອດ ຕົ້ນປີ 2007 ແລ້ວ ແຕ່ ພາສາລາວ ຫາກໍ່ຊິຮອດ ຕົ້ນປີ 2006) ເປັນ ໄລຍະ ທ່ານ ໃດສົນໃຈ ສາມາດເຂົ້າໄປ ເບິ່ງໄດ້ ທີ່ http://forcom-laos.sakura.ne.jp/newsletter-en.htm. ສະບັບພາສາລາວ ຫຼ້າສຸດ ຂອງ ເພິ່ນ ແມ່ນ http://forcom-laos.sakura.ne.jp/NEWS_LETTER_VOL14L.pdf.
5/29/2007
ການພັດທະນາມະນຸດ ຢູ່ ລາວ
ທຳມະດາ ມື້ໜຶ່ງບໍ່ຢາກຂຽນ ຫຼາຍບົດຄວາມ ແຕ່ ບັງເອີນຊອກເຫັນ ບົດລາຍງານໜ້າສົນໃຈຫຼາຍ ສະນັ້ນ ຂໍອະນຸຍາດແນະນຳ ມື້ນີ້ເລີຍ. ຜູ້ສົນໃຈເລື່ອງການພັດທະນາ ຄືຊິຮູ້ ຫຼື ເຄີຍໄດ້ຍິນ ກ່ຽວກັບ HDI (Human Developement Index) ຫຼື ດັດສະນີການພັດທະນາມະນຸດ ຢູ່ເນາະ. ສຳຫຼັບ ຜູ້ບໍ່ເຄີຍໄດ້ຍິນ ຂໍອະທິບາຍງ່າຍໆ ວ່າ ມັນແມ່ນ ການວັດແທກ ລະດັບການພັດທະນາ ຢູ່ ປະເທດໃດໜຶ່ງ ໂດຍ ສະເຫຼ່ຍ (1)ລະດັບອາຍຸຍືນ (ສຸຂະພາບ), (2)ອັດຕາເຂົ້າໂຮງຮຽນ (ການສຶກສາ) ແລະ (3)ລາຍໄດ້ ຂອງ ປະເທດ (ຫຼື ຂົງເຂດ)ໃດໜຶ່ງ. ທ່ານ ສາມາດອ່ານເບິ່ງ ສະພາບການປະຈຸບັນ ຢູ່ ລາວ ໄດ້ ຢູ່ http://www.undplao.org/whatwedo/bgresource/humandev/UNDP-NHDR06-Lao.pdf. ເພິ່ນຊິຂຽນເນັ້ນ ໃສ່ ຄວາມສຳຄັນ ຂອງ ການຄ້າສາກົນ(ລະຫວ່າງປະເທດ) ໃນ ການພັດທະນາ ແລະ ຖ້າ ທ່ານ ຜູ້ອ່ານຜູ້ໃດບໍ່ເຫັນດີ ຢາກໃຫ້ລອງ ຍົກຊື່ປະເທດ ຈັກ ປະເທດໜຶ່ງທີ່ ພັດທະນາ ໂດຍ ບໍ່ໄດ້ຄ້າກັບປະເທດໃດວ່າ ຊິມີບໍ່ເນາະ.
ຂໍ້ມູນ ໂຄງການໄຟຟ້ານໍ້າຕົກ ນໍ້າເທີນ 2
ປະຈຸບັນ ປະເທດລາວ ມີ ແຜນການສ້າງເຂື່ອນໄຟຟ້ານໍ້າຕົກ ຫຼາຍແຫ່ງ ແລະ ແນ່ນອນວ່າ ມັນກໍ່ຕ້ອງມີທັງ ຜົນໄດ້ ແລະ ຜົນເສຍ. ສິ່ງທີ່ສຳຄັນ ຄຶດວ່າ ແມ່ນ ຊິເຮັດແນວໃດຈຶ່ງຈະ ເສຍໜ້ອຍແຕ່ໃຫ້ໄດ້ຫຼາຍ. ທ່ານໃດສົນໃຈ ຢາກອ່ານເບິ່ງ ສະພາບ ຄວາມຄືບໜ້າ ຂອງ ໂຄງການໄຟຟ້ານໍ້າຕົກ ນໍ້າເທີນ 2 ສາມາດເບິ່ງ ບົດລາຍເປັນ ພາສາລາວ ຢູ່ http://www.namtheun2.com/UpdateOctober06Lao.pdf. ສຳຫຼັບ ທ່ານ ທີ່ອ່ານພາສາອັງກິດໄດ້ ສາມາດຊອກເບິ່ງ ຂໍ້ມູນທີ່ໃໝ່ກວ່າໄດ້ ຢູ່ http://www.namtheun2.com/. ແນ່ນອນວ່າ ບໍລິສັດຜູ້ເຮັດເອງ ເພິ່ນກໍ່ຄືຊິເວົ້າແຕ່ອັນດີໆ ແຕ່ຟັງຈາກຫຼາຍໆທາງ ເພື່ອ ຊອກຫາຄຳຕອບທີ່ດີກວ່າ ຄືຊິບໍ່ມີຫຍັງເສຍເນາະ. (ສິ່ງທີ່ຜູ້ຂຽນບໍ່ພໍໃຈ ທີ່ສຸດດຽວນີ້ ແມ່ນ ໂຄງການຢູ່ລາວ ແຕ່ເປັນຫຍັງ ເວັບໄຊທ໌ ເກືອບວ່າມີແຕ່ພາສາອັງກິດ ຫຼືວ່າອັນນີ້ ບໍ່ແມ່ນ ເວັບໄຊທ໌ເປັນທາງການບໍ່ນໍ).
12/21/2006
ຂໍ້ມູນ,ບົດລາຍງານກ່ຽວກັບເສດຖະກິດລາວ ທີ່ ດາວໂຫຼດຟຣີໄດ້
ເນື່ອງຈາກວ່າ ສິ່ງພິມ ບໍ່ວ່າຈະກ່ຽວກັບດ້ານໃດ ຢູ່ ປະເທດລາວກໍ່ຍັງ ບໍ່ມີຫຼາຍເທົ່າທີ່ຄວນເທື່ອ ສະນັ້ນ ອິນເຕີເນັດ ອາດຈະເປັນ ແຫຼ່ງຂໍ້ມູນທີ່ສຳຄັນ ສຳລັບຜູ້ທີ່ສົນໃຈ ຢາກຄົ້ນຄ້ວາ ຫຼື ພຽງແຕ່ຢາກຊອກຮູ້ ບາງຂໍ້ມູນ ກ່ຽວກັບ ເສດຖະກິດ ຂອງ ປະເທດລາວນັ້ນໄດ້. ມື້ນີ້ ຂ້າພະເຈົ້າ ຈະແນະນຳ 2 ເວັບໄຊ ທີ່ ທ່ານສາມາດເບິ່ງ ແລະ ດາວໂຫລດ ສະຖິຕິ ລວມທັງ ບົດລາຍງານ ກ່ຽວກັບເສດຖະກິດລາວ ໂດຍບໍ່ເສຍຄ່າ. ອັນທີທຳອິດ ແມ່ນ ຢູ່ http://adb.org/Economics/ ຂອງ ທະນາຄານພັດທະນາອາຊີ . ຢູ່ນີ້ ຈະມີທັງ ບົດລາຍງານ ແລະ ສະຖິຕິທີ່ສາມາດດາວໂຫຼດໄດ້ ແຕ່ ອັນທີ່ໜ້າສົນໃຈກ່ວາໝູ່ ຄື ຊິແມ່ນ KI (Key Indicators ຫຼື ໂຕຊີ້ບອກຫຼັກ) ທີ່ ສາມາດເຂົ້າຫາໄດ້ ຈາກ ປຸ່ມ KI2006 ຢູ່ ເບື້ອງຊ້າຍ ຫຼື ຈາກ ລິ້ງນີ້. ອັນທີສອງ ແມ່ນ ບັນດາບົດລາຍງານ ຂອງ ກອງທຶນການເງິນສາກົນ (IMF) ຢູ່ http://www.imf.org/external/pubind.htm. ໃນນີ້ ອັນທີ່ໜ້າສົນໃຈ ທີ່ສຸດອັນໜຶ່ງ (ສອງອັນ?) ຄຶຊິແມ່ນ working paper (ບົດລາຍພວມຂຽນ) ແລະ country report (ບົດລາຍງາຍປະເທດ)ຢູ່ ເບື້ອງຂວາ ທາງລຸ່ມໜ້ອຍໜຶ່ງ. ທັງສອງນີ້ ແມ່ນ ສະຖາບັນການເງິນສາກົນ ທີ່ ໃຫ້ການ ຊ່ອຍເຫຼືອ, ປ່ອຍກູ້ຕໍ່ ປະເທດລາວເປັນຫຼາຍຮູບແບບ ໃນໄລຍະຜ່ານມາ, ສະນັ້ນ ຂໍ້ມູນທີ່ເຂົາເຈົ້າ ທຳການເປີດເຜີຍ ກໍ່ຄົງ ຈະອີງໃສ່ ສິ່ງທີ່ລັດຖະບານລາວ ສະໜອງໃຫ້ ບໍ່ຫຼາຍກໍ່ໜ້ອຍ. ແຕ່ ຢາກຂໍໃຫ້ທ່ານຜູ້ສົນໃຈ ນຳໃຊ້ມັນ ຢ່າງລະມັດລະວັງ ເພາະ ຂໍ້ມູນລັກສະນະແນວນີ້ ຂອງ ປະເທດພວມພັດທະນານັ້ນ ບໍ່ວ່າຊິແມ່ນ ຂອງປະເທດໃດ ກໍ່ຄືຊິບໍ່ຊັດເຈນປານໃດຄືກັນ. ອັນນີ້ ຄຶດວ່າບໍ່ແມ່ນ ແຕ່ບັນຫາວ່າ ຢາກເປີດເຜີຍຫຼືບໍ່ ເພາະເບິ່ງແລ້ວ ຫຼາຍໆປະເທດ ທີ່ພວມພັດທະນານັ້ນ ເຖິງຈະຢາກເກັບກຳໃຫ້ມັນຊັດເຈນ ກໍ່ຄົງຈະເຮັດໄດ້ຍາກ.
Subscribe to:
Posts (Atom)